ລາວ-ອົດສະຕຣາລີ ຮັດແໜ້ນຮ່ວມມືວຽກປ້ອງກັນຊາດ
ວັນທີ
24 ສິງຫາ 2017 ທ່ານນາງ ມາລິສ ເພນ
ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕຣາລີ ພ້ອມດ້ວຍຄະນະ
ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ເພື່ອຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ
ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ
ພິທີຕ້ອນຮັບຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ມີທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມຄະນະໃຫ້ການຕ້ອນຮັບອັນອົບອຸ່ນ.ພາຍຫຼັງສຳເລັດການເດີນກວດແຖວກຽດຕິຍົດຂອງກຳລັງປ້ອງກັນປະເທດ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕຣາລີ ໄດ້ຮ່ວມພົບປະກັບທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໂດຍສອງຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ ແລະ ປຶກສາຫາລືການຮ່ວມມືວຽກງານຕໍ່ໜ້າ ໂດຍສະເພາະແມ່ນ ການຮ່ວມມືໃນຂົງເຂດວຽກງານກຳລັງປ້ອງກັນຊາດຂອງສອງປະເທດ ລາວ-ອົດສະຕຣາລີ ເຊິ່ງຜ່ານມາສອງຝ່າຍໄດ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ-ສາກົນເປັນປົກກະຕິ ກຳລັງປ້ອງກັນປະເທດ ລາວ-ອົດສະຕຣາລີ ໄດ້ມີການແລກປ່ຽນຖອດຖອນບົດຮຽນກັນຢ່າງເລິກເຊິ່ງ ອັນເຮັດໃຫ້ຂົງເຂດວຽກງານປ້ອງກັນຊາດທັງສອງມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ເຂັ້ມແຂງຕາມລຳດັບ ສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານສອງປະເທດ ທີ່ຕ້ອງການເພີ່ມທະວີຂີດຄວາມສາມາດ ກໍ່ຄືການຍົກລະດັບຄວາມເຂັ້ມແຂງວຽກງານປ້ອງກັນປະເທດ ແລະ ເສີມສ້າງສັນຕິພາບຄວາມສະຫງົບສຸກ ປະກອບສ່ວນສ້າງຄວາມໝັ້ນຄົງພາຍໃນພາກພື້ນ ແລະ ທົ່ວໂລກ.
ຫນັງສືພິມວຽງຈັນໃຫ່ມ:
ລາວ-ອົດສະຕຣາລີ ຮັດແໜ້ນຮ່ວມມືວຽກປ້ອງກັນຊາດ
Reviewed by makarow
on
7:15:00 PM
Rating:

