ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະດັບຫຼຽນໄຊເອກະລາດ ໃຫ້ການນຳແຂວງຫຼວງພະບາງ
ໃນໂອກາດ ທີ່ການນຳແຂວງ ຫຼວງພະບາງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ 3 ແຂວງ ຂອງ ສສ ຫວຽດນາມ ໃນລະຫວ່າງວັນທີ່ 23-29 ສິງຫາ 2017 ນີ້ ແຂວງເຊີນລາ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ຈັດພິທີປະດັບຫຼຽນໄຊ ຂອງປະທານປະເທດໃຫ້ແກ່ການນຳແຂວງຫຼວງພະບາງຂຶ້ນຢ່າງສົມກຽດ ຊຶ່ງ ຝ່າຍແຂວງ ເຊີນລາ ນຳໂດຍ ທ່ານ ຮວາງ ວັນ ເຈີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຊີນລາ ຝ່າຍ ແຂວງຫຼວງພະບາວ ນຳໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ພິທີມອບຫຼຽນໄຊເອກະລາດຂອງປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນຳແຂວງ ຫຼວງພະບາງ ແຫ່ງ ສ ປປ ລາວ ໃນຄັ້ງນີ້ ແມ່ນການຍ້ອງຍໍຊົມເຊີຍ ຜົນ ງານດີເດັ່ນປະກອບສວນເຂົ້າໃນການປັບປຸງ ແລະ ເພີ່ມທະວີຄວາມສາມັກຄີມິດຕະ ພາບແບບ ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສສ ຫວຽດນາມ ແລະ ສ ປປ ລາວ ພ້ອມນີ້ຍັງເປັນການຈົດຈຳ ແລະ ຮັບຮອງການປະກອບສວນອັນໃຫຍ່ຫຼວງ ໃຫ້ແກ່ ສອງຊາດ. ໃນນັ້ນ, ການນຳແຂວງຫຼວງພະບາງ ທີ່ໄດ້ຮັບຫຼຽນໄຊເອກະລາດໃນຄັ້ງນີ້ ມີທັງ ໝົດ 4 ທ່ານ ຄື ທ່ານ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ຮັບຫຼຽນໄຊເອກະລາດ ຊັ້ນ 2 ແລະ ອີກ 3 ທ່ານ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 3 ຕາງ ໜ້າຮັບໂດຍ ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ ແລະ ໃຫ້ກຽດຂຶ້ນປະ ດັບຫຼຽນໂດຍ ທ່ານ ຮວາງ ວັນ ເຈີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊີນ ລ່າ ແຫ່ງ ສສ ຫວຽດນາມ.
ຂ່າວຫນັງສືພິມຄວາມສະຫງົບ:
ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະດັບຫຼຽນໄຊເອກະລາດ ໃຫ້ການນຳແຂວງຫຼວງພະບາງ
Reviewed by makarow
on
10:06:00 PM
Rating:
Reviewed by makarow
on
10:06:00 PM
Rating:


