ເມືອງຈັນທະບູລີ ຫັນການເກັບລາຍຮັບເຂົ້າງົບຜ່ານລະບົບເອເລັກໂຕຣນິກ
ທ່ານ ນາງ ໄຊສົມບັດ ວົງພັກດີ ຫົວໜ້າຫ້ອງການ-ການເງິນເມືອງຈັນທະບູລີ ໄດ້ລາຍງານໃນພິທີເປີດການຄຸ້ມຄອງ, ນໍາໃຊ້ການເກັບລາຍຮັບສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ ແລະ ການມອບອາກອນຜ່ານລະບົບທະນາຄານໃນອາທິດຜ່ານມາວ່າ: ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນເມືອງທໍາອິດທີ່ໄດ້ມີການເປີດນໍາໃຊ້ການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນດ້ວຍລະ ບົບເອເລັກໂຕຣນິກ ແລະ ການມອບລາຍຮັບສ່ວຍສາອາກອນຜ່ານລະບົບທະນາຄານ, ລະບົບດັ່ງກ່າວເອີ້ນວ່າ GFIS ເຊິ່ງໄດ້ມີການເລີ່ມທົດລອງນໍາໃຊ້ທຳອິດທີ່ຕະຫລາດເຊົ້າຊ໊ອບປີງມໍໃນເດືອນມີນາ 2012.
ບັນດາຜູ້ປະກອບ, ນັກທຸລະກິດ, ພໍ່ຄ້າຊາວຂາຍພາຍໃນເມືອງຈັນທະບູລີຍັງສາມາດມອບອາກອນເຊັ່ນ: ອາກອນເງິນເດືອນ, ອາກອນມອບເໝົາ, ອາກອນຊົມໃຊ້, ອາກອນກຳລັງ,ອາກອນມູນຄ່າເພີ່ມຈາກການຂາຍ, ອາກອນມູນຄ່າເພີ່ມຈາກການບໍລິການ, ໃບສັ່ງມອບຜ່ານລະບົບທະນາຄານ ຊຶ່ງສາມາດຊຳລະໄດ້ 3 ຊ່ອງທາງຄື: ຜ່ານປ່ອງບໍລິການ (Teller service), ຜ່ານຕູ້ ATM ຂອງທະນາຄານພັດທະນາລາວ (ATM ) ແລະ ຜ່ານລະບົບ Mobile Banking ຂອງທະນາຄານພັດທະນາລາວ.
ລະບົບດັ່ງກ່າວ ຈະໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ 2017 ເປັນຕົ້ນໄປໃຫ້ທຸກພື້ນຖານທຸລະກິດທີ່ຂຶ້ນທະບຽນອາກອນນຳໜ່ວຍງານສ່ວຍສາອາກອນປະຈຳເມືອງຈັນທະບູລີ.
( ຈາກເສດຖະກິດ-ການຄ້າ )
ເມືອງຈັນທະບູລີ ຫັນການເກັບລາຍຮັບເຂົ້າງົບຜ່ານລະບົບເອເລັກໂຕຣນິກ
Reviewed by makarow
on
5:24:00 AM
Rating:
Reviewed by makarow
on
5:24:00 AM
Rating:


