ນາຍົກລັດຖະມົນຕີແຫ່ງ ສປປ ລາວຢ້ຽມຢາມອິນໂດເນເຊຍພ້ອມຮ່ວມລົງນາມເອກະສານສໍາຄັນ 4 ສະບັບ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວພ້ອມຄະນະໄດ້ຢ້ຽມຊົມພື້ນຖານເສດຖະກິດ, ແຫລ່ງທອງທ່ຽວ ແລະ ເຂດອຸດສາຫະກໍາຫລາຍແຫ່ງ ພາຍຫລັງເດີນທາງເຖິງນະຄອກຈັກກາຕ້າ ປະເທດອິນໂດເນເຊຍໃນວັນທີ 11 ຕຸລາ 2017.
ທ່ານ ທອງທຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປລາວ ພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມເປັນເວລາ 2 ວັນຄື: ວັນທີ 11 ຫາ 12 ຕຸລາ 2017 ເພື່ອຕອບສະໜອງຕາມຄໍາເຊີນຂອງ ທ່ານ ໂຈໂກ ວີໂດໂດ້ ປະທານນາທິບໍດີ ແຫ່ງ ສ.ອິນໂດເນເຊຍ ເຊິ່ງການຢ້ຽມຢາມຄັ້ງນີ້ແມ່ນເປັນຄັ້ງທໍາອິດຂອງ ທ່ານ ທອງລຸນ ສີສຸລິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງສປປລາວ.
ການຢ້ຽມຢາມດັ່ງກ່າວໄດ້ດໍາເນີນໄປພາຍໃຕ້ສອງປະເທດພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດນໍາກັນຄົບຮອບ 60 ປີ ເຊິ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
ພິຫີຕ້ອນຮັບດັ່ງກ່າວໄດ້ຈັດຂຶ້ນທ່ີ ທຳນຽບປະທານາທິບໍດີ ໂບໂກ(Bogor) ທີ່ນະຄອນຫລວງ ຈາກາຕາຢ່າງສົມກຽດ, ຫລັງຈາກນັ້ນທັງສອງຝ່າຍໃດ້ເຂົ້າຮ່ວມພົບປະຢ່າງເປັນທາງການ ໃນນີ້ ຕ່າງຝ່າຍໃດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນແລະ ມິດຕະພາບການຮ່ວມມື ແລະ ສະໜັບສະໜູນໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ທັງສອງຝ່າຍຍັງໃດ້ສືບຕໍ່ແລກປຽ່ນຄະນະຜູ້ແທນໃນທຸກລະດັບສູງ ຕະຫລອດປະຊາຊົນທັງສອງຊາດນຳກັນ, ປະຕີບັດບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາວ່າດ້ວຍການບໍລິການທາງອາກາດທີ່ໄດ້ເຊັນກັນແລ້ວເພື່ອຮັບປະກັນໃຫ້ການຈັດຕັ້ງເປັນຮູບປະທຳຢ່າງມີປະສິດທິຜົນຫລາຍຂຶ້ນ, ທັງສອງຝ່າຍເຫັນດີໃນການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ການລົງທຶນ,ການສຶກສາ-ວັດທະນະທຳ,ສາທາລະນະສຸກ,ໂທລະຄົມມະນາຄົມ ແລະ ການສື່ສານ,ກິລາ,ທ່ອງທຽ່ວ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ ທ່ານ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ພ້ອມຂອບໃຈຕໍ່ລັດຖະບານອິນໂດເນເຊຍໃນການຊ່ວຍເຫລືອສະໜັບສະໜູນ ສ້າງຊັບພະຍາກອນມະນຸດ,ສະໜັບສປປ ລາວ ເປັນປະທານ ອາຊຽນປີ 2016ໃນໃລຍະຜ່ານມາ.
ໃນໂອກາດດຽວກັນ ທ່ານ ໂຈໂກ ວີໂດໂດ (JokoWidodo) ປະທານາທິບໍດີ ແຫ່ງ ອິນໂດເນເຊຍໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໃນການຢຽ້ມຢາມຄັ້ງນີ້ ແລະ ຂອບໃຈຕໍ່ລັດຖະບານ ສປປ ລາວໃນການສະໜັບສະໜູນ ສາທາລະນະລັດ ອິນໂດເນເຊັຍ ໃນການສະໝັກເລືອກຕັ້ງເປັນ ສາມະຊິກສະພາ ບໍລິຫານອົງການ ອຸຍເນັດສໂກ (UNESCO) ແລະ ສາມະຊິກອົງການຈັດຕັ້ງສາກົນຕ່າງ ໂດຍສະເພາະໃນຂອບ ອົງການສະຫະປາຊາຊາດ ໃນໄລຍະຜ່ານມາ.
ຫລັງຈາກພົບປະກັນຢ່າງເປັນທາງການ, ທ່ານ ໂຈໂກ ວີໂດໂດ (JokoWidodo) ປະທານາທິບໍດີ ແລະ ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບຄື: 1. ບົດບັນທືກຄວາມຊ່ວຍຈຳວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນສູງ,2. ບົດບັນທຶກຄວາມຊ່ວຍຈຳວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນພື້ນຖານ, 3. ບົດບັນທຶກຄວາມຊ່ວຍຈຳ ວ່າດ້ວຍການຄວບຄຸມ ຍາເສດຕິດ, ວັດຖຸອອກລິດຕໍ່ເສັ້ນປະສາດ ແລະ ສານເຄມີ ທີ່ໄຊ້ໃນການຜະລິດຢາເສດຕິດ ແລະ 4. ບົດບັນທຶກຄວາມຊ່ວຍຈຳ ວ່າດ້ວຍການຮ່ວມມື ດ້ານສະພາການຄ້າ ແລະ ອຸດສາຫະກຳ.
ຈາກນັ້ນ ສອງຜູ້ນຳຍັງໄດ້ຮ່ວມກັນຖະແຫລງຂ່າວ ກຽ່ວກັບຜົນພົບປະສອງຝ່າຍໃຫ້ສື່ມວນຊົນທີ່ມີຄວາມສົນໃຈ.
ໃນການຢຽ້ມຢາມຄັ້ງນີ້ ທ່ານນາຍົກເຮົາພ້ອມດ້ວຍຄະນະຍັງໄດ້ໄປວາງພວງມະລາ ທີ່ ອະນຸສາວະລີ ນັກຮົບແຫ່ງຊາດ,ເຂົ້າຮ່ວມ ພິທີເປີດກອງປະຊຸມ ພາກທຸລະກິດ ລະຫວ່າງ ລາວ ແລະ ອິນໂດເນເຊຍ ແລະ ຢ້ຽມຊົມງານວາງສະແດງສິນຄ້າ ຂອງອິນໂດເນເຊຍອີກດວ້ຍ. ພາບ-ຂ່າວ: ຄໍາພັນ (ວຽງຈັນທາມ)
ນາຍົກລັດຖະມົນຕີແຫ່ງ ສປປ ລາວຢ້ຽມຢາມອິນໂດເນເຊຍພ້ອມຮ່ວມລົງນາມເອກະສານສໍາຄັນ 4 ສະບັບ
Reviewed by makarow
on
10:21:00 PM
Rating:
Reviewed by makarow
on
10:21:00 PM
Rating:




