ພັດທະນານະຄອນຫຼວງ ຕາມທິດເປັນເມືອງໜ້າຢູ່ 6ສ ຂະຫຍາຍຕົວສົມສ່ວນ-ຍືນຍົງ
ນະຄອນຫຼວງວຽງຈັນ
(ນວ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)
ຈັດສຳມະນາກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ
ນວ ໃນໂອກາດການສະເຫຼີມສະຫຼອງວັນສັບປະດາເຄຫາສະຖານໂລກ ຄົບຮອບ 32 ປີ
ຂຶ້ນ ວັນທີ 10 ຕຸລາ 2017 ຢູ່ຫ້ອງວ່າການ ນວ ໂດຍເປັນປະທານຂອງທ່ານ
ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ ແລະ ທ່ານນາງ ວິໄລຄຳ ໂພສາລາດ
ຮອງລັດຖະມົນຕີກະຊວງ ຍທຂ ມີບັນດາຮອງເຈົ້າແຂວງ ຮອງລັດຖະມົນຕີ ແລະ
ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.ທ່ານຮອງເຈົ້າຄອງ ກ່າວວ່າ: ປັດຈຸບັນໂລກກຳລັງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ປະຊາກອນໃນໂລກເກືອບ 2/3 ໄດ້ມາອາໄສຢູ່ຕົວເມືອງ ແລະ ມີທ່ຽງອ່ຽງນັບມື້ຫຼາຍຂຶ້ນ ໃນນີ້ 60% ແມ່ນມີອາຍຸຕ່ຳກວ່າ 18 ປີທີ່ເຂົ້າມາຊອກວຽກເຮັດງານທຳ ສຶກສາ ແລະ ປະກອບອາຊີບອື່ນໆ ເຊິ່ງໄດ້ສົ່ງຜົນດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ດ້ານເສດຖະກິດ-ສັງຄົມ ສິ່ງແວດລ້ອມ ຂາດທີ່ຢູ່ອາໄສ ການພັດທະນາບໍ່ສົມຄູ່ກັບຄວາມຕ້ອງການ ແລະ ອື່ນໆ ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ ລັດຖະບານລາວ ເວົ້າສະເພາະ ນວ ຈຶ່ງໄດ້ວາງຍຸດທະສາດເພື່ອການພັດທະນາ ນວ ໄລຍະສັ້ນ ແຕ່ປີ 2015-2020 ໄລຍະກາງ 2020-2025 ແລະ ໄລຍະຍາວ 2025-2030 ໂດຍການເອົາໃຈໃສ່ປັບປຸງຜັງເມືອງ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ ເອົາໃຈໃສ່ວາງແຜນພັດທະນາກໍ່ສ້າງໂຄງລ່າງພື້ນຖານໃຫ້ທົ່ວເຖິງ ພ້ອມທັງວາງເປົ້າໝາຍສູ້ຊົນໃຫ້ ນວ ກາຍເປັນນະຄອນທີ່ມີຄວາມສີວິໄລເປັນຕົວເມືອງ ສີຂຽວ ສວຍງາມ ມີຄວາມສະຫງົບໜ້າຢູ່ ແລະ ຍືນຍົງ.
ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ນວ ໄດ້ກຳນົດຍຸດທະສາດການພັດທະນາ ນວ ຕາມທິດເປັນເມືອງໜ້າຢູ່ (6ສ) ຂະຫຍາຍຕົວສົມສ່ວນ ແລະ ຍືນຍົງ ໂດຍຢຶດຖືການພັດທະນາຕາມແຜນຜັງກວມລວມ ແຕ່ລະຕົວເມືອງ ສະເພາະເຂດຖະໜົນ ຍົກລະດັບພື້ນຖານໂຄງລ່າງເຂດຕົວເມືອງເກົ່າໃຫ້ເໝາະສົມ ແລະ ກາຍເປັນເມືອງທ່ອງທ່ຽວ ເຂດບໍລິການ ສ້າງເຂດຊານເມືອງໃຫ້ເປັນເມືອງນ້ອຍທີ່ມີສະພາບແວດລ້ອມທຳມະຊາດດີ ເຊິ່ງຂະແໜງ ຍທຂ ທີ່ເປັນຂະແໜງຫຼັກ ຈະຕ້ອງໄດ້ເອົາໃຈໃສ່ຈັດສັນແຜນຜັງລະອຽດໃຫ້ຄົບຊຸດ ຮັບປະກັນໃຫ້ການພັດທະນາຕາມແຜນຜັງຊີ້ນຳລວມ ສືບຕໍ່ພັດທະນາລະບົບພື້ນຖານໂຄງລ່າງ ບໍລິຫານຕົວເມືອງ ແລະ ລະບົບສຸຂາພິບານໃຫ້ຄົບຊຸດ ສ້າງຕົວເມືອງໃຫ້ມີຫຼາຍສີສັນ ໂດຍການປົກປັກຮັກສາບູລະນະຕົວເມືອງເກົ່າ ປະສານກົມກືນກັບການກໍ່ສ້າງພື້ນຖານໂຄງລ່າງໃໝ່ ສືບຕໍ່ປັບປຸງ ແລະ ຍົກລະດັບຄວາມສາມາດຂອງການຈັດຕັ້ງ ແລະ ເຄື່ອງມືທາງດ້ານນິຕິກຳໃນການຄຸ້ມຄອງຕົວເມືອງໃຫ້ຄົບຊຸດ ເພື່ອຮັບປະກັນການຄຸ້ມຄອງ ແລະ ບໍລິການຕົວເມືອງໃຫ້ມີປະສິດທິພາບ. (ຂ່າວຫນັງສືພິມວຽງຈັນໃຫ່ມ)
ພັດທະນານະຄອນຫຼວງ ຕາມທິດເປັນເມືອງໜ້າຢູ່ 6ສ ຂະຫຍາຍຕົວສົມສ່ວນ-ຍືນຍົງ
Reviewed by makarow
on
9:03:00 AM
Rating:

