ເຈົ້າໜ້າທີ່ຮູ້ເປົ້າໝາຍ ກຸ່ມກໍ່ເຫດຄາດຕະກຳນັກທຸລະກິດຈີນແລ້ວ
ເຫດການຄາດຕະກຳ ທ້າວ ຊູຫວ່າງທຽນ ອາຍຸ 60 ປີ ອາຊີບນັກທຸລະກິດ (ປະທານສູນການຄ້າສີໄຄພຣາຊາ) ເຊື້ອຊາດສັນຊາດຈີນໄຕ້ຫວັນ ໃນວັນທີ 07 ຕຸລາ 2017 ຢູ່ສູນການຄ້າສີໄຄພຣາຊາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງສາເຫດຈູງໃຈທີ່ພາໃຫ້ເກີດການຄາດຕະກຳນັ້ນ ເບື້ອງຕົ້ນອາດເກີດມາຈາກການຄັດແຍ່ງທາງດ້ານທຸລະກິດ.
ທ່ານພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຊາບວ່າ: ພາຍຫຼັງເກີດເຫດການດັ່ງກ່າວ ການນຳຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳແຕ່ງຕັ້ງມອບໝາຍໃຫ້ກົມວິຊາສະເພາະ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮີບຮ້ອນດຳເນີນການສືບສວນ-ສອບສວນຊອກຄົ້ນຫາຜູ້ກະທຳຜິດຕາມຫຼັກການວິຊາສະເພາະ ເພື່ອນຳເອົາຕົວຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍໂດຍໄວ.
ຜ່ານການເຄື່ອນໄຫວເຮັດວຽກງານສືບສວນ-ສອບສວນ ແລະ ຊອກຄົ້ນຫາຢ່າງຕັ້ງໜ້າຂອງເຈົ້າໜ້າທີ່ຕຳຫຼວດ ແລະ ການຮ່ວມມືຂອງປະຊາຊົນ ຕະຫຼອດຮອດອຳນາດການປົກຄອງບ້ານທຸກພາກສ່ວນ ໄດ້ສຸມໃສ່ເຮັດວຽກງານຊອກຄົ້ນຫາຜູ້ກະທຳຜິດ ຕົກມາຮອດຕອນເຊົ້າວັນທີ 8 ຕຸລາ 2017 ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ພົບເຫັນລົດຈັກຂອງເປົ້າໝາຍ ທີ່ນຳໃຊ້ເຂົ້າໃນການກໍ່ເຫດກະທຳຜິດ ຈອດຊຸກເຊື່ອງໄວ້ໃນປ່າເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ຜ່ານການລົງກວດກາສະຖານທີ່ຊຸກເຊື່ອງຂອງຄົນຮ້າຍ ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸສິ່ງຂອງຈຳນວນໜຶ່ງທີ່ເປັນຫຼັກຖານສຳຄັນ ທີ່ສາມາດຢັ້ງຢືນເຖິງເຫດການຄາດຕະກຳໃນຄັ້ງນີ້ ຈາກນັ້ນ ເຈົ້າໜ້າທີ່ກໍ່ໄດ້ສືບຕໍ່ເຮັດວຽກງານສືບສວນ-ສອບສວນ ແລະ ວຽກງານສືບຄົ້ນຫາ ຈຶ່ງສາມາດກຳນົດເປົ້າໝາຍກໍ່ເຫດຄາດຕະກຳຄັ້ງນີ້ໄດ້ຢ່າງຊັດເຈນແລ້ວ ໄດ້ສືບຕໍ່ເກັບກຳຂໍ້ມູນກວດກາເປົ້າໝາຍຕົວຈິງ ຈຶ່ງຮູ້ວ່າເປົ້າໝາຍໄດ້ເອົາຕົວລົບໜີໄປຕ່າງປະເທດພາຍຫຼັງທີ່ກໍ່ເຫດສຳເລັດ ເຊິ່ງເຈົ້າໜ້າທີ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ປະເທດໃກ້ຄຽງ ແລະ ຕຳຫຼວດສາກົນ (INTERPOL) ເພື່ອນຳຈັບຕົວເປົ້າໝາຍມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ສປປ ລາວ.
ສັງລວມແລ້ວເຫດການຄາດຕະກຳຄັ້ງນີ້ ຜູ້ກະທຳຜິດໄດ້ມີການກະກຽມ ແລະ ມີການວາງແຜນການມາຢ່າງລະອຽດພໍສົມຄວນ ເຊິ່ງສະແດງອອກວັນທີ 5 ຕຸລາ 2017 ເປົ້າໝາຍແມ່ນໄດ້ໄປຊື້ລົດຈັກຢູ່ບໍລິສັດຂາຍລົດຈັກແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເພື່ອມາຮັບໃຊ້ໃນການກໍ່ເຫດຄາດຕະກຳ ໂດຍສະເພາະ ຕົກມາຮອດວັນທີ 7 ຕຸລາ 2017 ເປົ້າໝາຍຈຶ່ງໄດ້ນຳໃຊ້ລົດຈັກຄັນດັ່ງກ່າວໄປກໍ່ເຫດຄາດຕະກຳ ສະນັ້ນ ສາເຫດຈູງໃຈທີ່ພາໃຫ້ເກີດການຄາດຕະກຳຄັ້ງນີ້ ເບື້ອງຕົ້ນອາດເກີດມາຈາກການຄັດແຍ່ງທາງດ້ານທຸລະກິດ. (ຂ່າວຫນັງສືພິມວຽງຈັນໃຫ່ມ)
ເຈົ້າໜ້າທີ່ຮູ້ເປົ້າໝາຍ ກຸ່ມກໍ່ເຫດຄາດຕະກຳນັກທຸລະກິດຈີນແລ້ວ
Reviewed by makarow
on
8:13:00 PM
Rating:
Reviewed by makarow
on
8:13:00 PM
Rating:


