ຫມາກເດືອຍ ເມັດນ້ອຍໆແຕ່ຄຸນປະໂຫຍດເຫລືອຫລາຍ.
ຫລາຍຄົນຄົງຈະຮູ້ຈັກຫມາກເດືອຍທີ່ມີລັກສະນະເປັນເມັດນ້ອຍໆ ແຂງໆ ລຳຕົ້ນມີສີຂຽວຄ້າຍຄືກັບຕົ້ນຫມາກສາລີ ແຕ່ເຖິງວ່າຈະມີຂະຫນາດນ້ອຍແຕ່ຫມາກເດືອຍກັບໃຫ້ຄຸນປະໂຫຍດອັນ ຫລວງຫລາຍບໍ່ວ່າ:

1. ເປັນຢາເຢັນ
2. ຊ່ວຍບຳລຸງກຳລັງ
3. ບຳລຸງປອດ
4. ບຳລຸງມ້າມ
5. ບຳລຸງຕັບ

6. ຂັບຍ່ຽວ
7. ຫລໍ່ລື່ນ ກະເພາະອາຫານ ແລະ ລຳໄສ້
8. ແກ້ບັນຫາທາງເດີນຫາຍໃຈ
9. ແກ້ໂລກຂໍ້ກະດູກ
10. ແກ້ອາການມືນຊາ

11. ແກ້ຮ້ອນໃນ ຢາກນ້ຳ
12. ຊ່ວຍຫລຸດການເກີດມະເຮັງ ເພາະມີສານຄອກຊີໂນໄລດ໌ ທີ່ມີສັບພະຄຸນໃນການຢຸດຢັ້ງການເກີດເນື້ອງອກຊະນິດຕ່າງໆໄດ້.
ທັງນີ້ຍັງຈະເຫັນໄດ້ວ່າ: ຫມາກເດືອຍມີຄຸນຄ່າທາງສານອາຫານສູງ ໂດຍສະເພາະແມ່ນທາດຟົດສະຟໍ ເຊິ່ງມີສັບພະຄຸນຊ່ວຍບຳລຸງກະດູກທີ່ມີປະລິມານສູງ ແລະ ມີວິຕາມິນເອ ທີ່ຊ່ວຍບຳລຸງສາຍຕາ ດ້ວຍສັບພະຄຸນ ແລະ ປະໂຫຍດທີ່ຫລວງຫລາຍເກີນຂະຫນາດຂອງເມັດນ້ອຍໆນັ້ນ ມັນຈິ່ງໄດ້ເຮັດໃຫ້ຊາວຈີນຕ່າງກໍ່ຍົກຍ້ອງຫມາກເດືອຍໃຫ້ເປັນຢາ ອະນຸວັດທະນະອີກຊະນິດຫນຶ່ງໃນສັງຄົມຂອງ ສປ ຈີນ ອີກດ້ວຍ.
ຫມາກເດືອຍ ເມັດນ້ອຍໆແຕ່ຄຸນປະໂຫຍດເຫລືອຫລາຍ.
Reviewed by makarow
on
9:31:00 PM
Rating:
Reviewed by makarow
on
9:31:00 PM
Rating:





