8 ປະໂຫຍດຈາກ ໝາກຊູ ແຊບຊ່ວຍຫຼຸດນໍ້າໜັກ
ຈະກິນແກງຈືດເທື່ອໃດໃຜໆກໍເອີ້ນຫາແຕ່ແກງຈືດຜັກກາດຂາວແກງຈືດໝາກອື ແລະອື່ນໆ ແຕ່ຂໍບອກວ່າຖ້າໃຜເຄີຍລອງກິນໝາກຊູແລ້ວຮັບຮອງວ່າຕິດໃຈແນ່ນອນ ເພາະເປັນພືດຕະກູນທີ່ມີຄວາມຫວານກອບ ແລະ ແຊບ ພ້ອມຍັງມີລາຄາບໍ່ແພງນອກຈາກເອົາມາແກງຈືດແລ້ວຍັງເອົາມາຜັດ ແລະເຮັດໄດ້ຫຼາຍຢ່າງເມນູໝາກຊູບໍ່ພຽງແຕ່ລົດຊາດແຊບ ແຕ່ຍັງເຕັມໄປດ້ວຍປະໂຫຍດຫຼາຍຢ່າງທີ່ເຮົາອາດຄິດບໍ່ເຖິງ.

ແຫຼ່ງອາຫານຊັ້ນດີຂອງຄົນທີ່ຄວບຄຸມນໍ້າໜັກ ເພາະໝາກຊູ 100 ກຣາມ ໃຫ້ພະລັງງານພຽງ 13 ກິໂລແຄລໍຣີເທົ່ານັ້ນ ແລະຍັງ ມີເສັ້ນໃຍໃນການຂັບຖ່າຍໄດ້ດີອີກດ້ວຍ.

ເປັນຜັກທີ່ມີລົດຊາດຈືດຫວານກ່ອບໜ້ອຍໜຶ່ງໂດຍທຳມະຊາດເຮັດໃຫ້ເໝາະກັບທຸກເພດທຸກໄວ.
ມີຟົດສະຟໍຣັດທີ່ຊ່ວຍໃນການຊ່ອມແຊມສ່ວນທີ່ຈີກລອກພາຍໃນຮ່າງກາຍ.

ນໍ້າຕົ້ມໝາກຊູຊ່ວຍຫຼຸດຄວາມດັນເລືອດ ແລະສະຫຼາຍໜິ້ວໃນໝາກໄຂ່ຫຼັງໄດ້.
ຊ່ວຍບຳລຸງຫົວໃຈ ແລະຫຼອດເລືອດໃຫ້ແຂງແຮງ.
ມີວິຕາມິນຊີທີ່ຊ່ວຍຫຼຸດອາການເລືອດອອກຕາມຊ່ອງແຂ້ວ.

ມີໂຟເຣດສູງເໝາະສຳລັບແມ່ຍິງຖືພາຮັບປະທານ ເພື່ອບຳລຸງ ແລະຊ່ວຍພັດທະນາການຂອງລູກນ້ອຍ.
ມີແຄນຊຽມຊ່ວຍບຳລຸງກະດູກ ແລະ ແຂ້ວ.
8 ປະໂຫຍດຈາກ ໝາກຊູ ແຊບຊ່ວຍຫຼຸດນໍ້າໜັກ
Reviewed by makarow
on
9:39:00 PM
Rating:
Reviewed by makarow
on
9:39:00 PM
Rating:






