ຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນ ໄປສູ່ລະບົບທັນສະໄໝ
ພິທີເປີດໂຄງການຢ່າງເປັນທາງການ
ໂຄງການລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ
ຂອງກົມສ່ວຍສາອາກອນ ກະຊວງການເງິນ ຮັບເໝົາໂຄງການໂດຍບໍລິສັດ LG CNS-HHI
Consortium ຈັດຂຶ້ນວັນທີ 5 ມັງກອນ 2017 ທີ່ໂຮງແລນມາກ ໂດຍມີທ່ານ
ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ທ່ານ Yang Kang Yoen
ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ທ່ານ Woon Yeol Jeong
ຮອງປະທານບໍລິສັດ LG CNS-HHI Consortium ພ້ອມດ້ວຍຄະນະນຳນັກທຸລະກິດ ແລະ
ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ໄດ້ຂຶ້ນລາຍງານໂຄງການພັດທະນາລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ປະກອບມີ 2 ໜ້າວຽກໃຫຍ່ຄື: ວຽກພັດທະນາລະບົບຂໍ້ມູນຂ່າວສານດ້ານສ່ວຍສາອາກອນ ແມ່ນການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດ ລວມທັງການພັດທະນາຊຸດຄຳສັ່ງ ການແຈ້ງມອບລາຍຮັບ ການກວດສອບຫຼັງການແຈ້ງ ການປະເມີນຄາດຄະເນແຫຼ່ງລາຍຮັບ ການກຳນົດເລກປະຈຳຕົວຜູ້ເສຍອາກອນ ການເຊື່ອມຕໍ່ລະບົບຕ່າງໆຂອງກະຊວງການເງິນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງຜ່ານທາງເອເລັກໂຕຣນິກ ແລະ ສ້າງສູນຂໍ້ມູນຂ່າວສານ (Data Center) ສ້າງສູນສຳຮອງຂໍ້ມູນ (Back Center) ເຊິ່ງເປັນຕຶກອາຄານ 6 ຊັ້ນ ຈະນຳໃຊ້ສຳລັບເກັບຖານຂໍ້ມູນ ການເຝິກອົບຮົມການບໍລິການຜູ້ເສຍອາກອນ ຫ້ອງການ ແລະ ຫ້ອງປະຊຸມ.
ການກໍ່ສ້າງໂຄງການນີ້ແມ່ນນຳໃຊ້ເງິນກູ້ຜ່ອນຜັນຂອງ Economic Devolvement and Cooperation Funds (EDCF) ຂອງລັດຖະບານ ສ ເກົາຫຼີ ມູນຄ່າເງິນກູ້ 28,5 ລ້ານໂດລາສະຫະລັດ ຫຼື ປະມານ 233 ຕື້ກວ່າກີບ ແລະ ທຶນສົມທົບຂອງລັດຖະບານລາວ 4 ລ້ານໂດລາ ຫຼື ປະມານ 32 ຕື້ກວ່າກີບ ລວມມູຄ່າທັງໝົດ 32,5 ລ້ານໂດລາ ຫຼື ປະມານ 266 ຕື້ກວ່າກີບ ເຊິ່ງຈະມີການພັດທະນາລະບົບ ແລະ ທົດລອງການນຳໃຊ້ລະບົບ ຈະໃຊ້ເວລາປະມານ 18 ເດືອນ ສ່ວນການກໍ່ສ້າງພື້ນຖານໂຄງລ່າງ ຈະໃຊ້ເວລາ 24 ເດືອນ ຄາດວ່າການທົດລອງນຳໃຊ້ລະບົບ ແມ່ນຈະໄດ້ເລີ່ມກາງປີ 2018 ສ່ວນການປຸກສ້າງແມ່ນຈະສຳເລັດໃນຕົ້ນປີ 2019. (ຫນັງສືພິມວຽງຈັນໃໝ່)
ຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນ ໄປສູ່ລະບົບທັນສະໄໝ
Reviewed by makarow
on
7:21:00 PM
Rating:

