ຄະນະຜູ້ແທນຊາຍແດນ ສປປ.ລາວ – ສສ. ຫວຽດນາມ ສໍາເລັດກອງປະຊຸມສາມັນປະຈໍາປີ ຄັ້ງທີ XXVI
ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ
ໄດ້ສໍາເລັດການຈັດກອງປະຊຸມສາມັນປະຈໍາປີ ຄັ້ງທີ XXVI
ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ແຕ່ວັນທີ 05-06 ມັງກອນ 2016
ທີ່ໂຮງແຮມເມືອງແທ໋ງ ບ້ານໂພນສີນວນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
ເຊິ່ງຄະນະຜູ້ແທນຝ່າຍ ສປປ.ລາວ ນໍາໂດຍທ່ານ ສະເຫຼີມໄຊ ກົມມະສິດ
ກໍາມະການສູນກາງພັກ
ລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍ
ສສ.ຫຽດນາມ ນໍາໂດຍທ່ານ ເລ ຮວ່າຍ ຈູງ ກໍາມະການສູນກາງພັກ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ ແລະ
ເຂົ້າຮ່ວມຍັງມີຜູ້ຕາງໜ້າຈາກກະຊວງ ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ
ຮອງເຈົ້າແຂວງ ບັນດາແຂວງຊາຍແດນຕິດຈອດກັນຂອງສອງປະເທດ.
ກອງປະຊຸມໃນຄັ້ງນີ
ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດແຫ່ງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ
ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ
ທີ່ໄດ້ຮັບການເພີ່ມພູນຄູນສ້າງ ຂະຫຽາຍໂຕເຂົ້າສູ່ລວງເລິກ ແລະ
ກວ້າງຂວາງຢ່າງບໍ່ຢຸດຢັ້ງ
ເຊິ່ງສະແດງອອກໃຫ້ເຫັນວ່າຜູ່ນໍາສູງສຸດຂອງສອງປະເທດກໍໄດ້ໄປມາຫາສູ່
ຢ້ຽມຢາມກັນຢ່າງເປັນປົກກະຕິ ໂດຍສະເພາະໃນປີນີ້ ເປັນປີແຫ່ງການສະເຫຼີມສະຫຼອງ 2
ວັນປະຫັວດສາດຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືສອງປະເທດ ຄົບຮອບ 40
ປີ ທັງເປັນວັນດຽວກັນກັບວັນເຊັນສົນທິສັນຍາວ່າດ້ວຍການກໍານົດຊາຍແດນປະເທດ
ລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດຄົບ ຮອບ 55 ປີ
ຢ່າງເປັນຂະບວນຟົດຟື້ນ.
ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນປະເທດ
ລາວ-ຫວຽດນາມ ແລະ ບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXV
ໃນນຶ່ງປີທີ່ຜ່ານມາ ເຊິ່ງສອງຝ່າຍໄດ້ສະຫຼຸບ
ສັງເກດຕີລາຄາຢ່າງຮອບດ້ານກ່ຽວກັບວຽກງານການຄຸ້ມຄອງຊາຍແດນ ການພັດທະນາເສດຖະກິດ
ການຄ້າ ວັດທະນະທໍາ ແລະ ທ່ອງທ່ຽວຊາຍແດນ ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ
ການກວດກາປະຕູດຽວຄັ້ງດຽວ
ການປະຕິບັດຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ
ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ບໍລິເວນຊາຍແດນ ລາວ-ຫວຽດນາມ
ເຊິ່ງໄດ້ປະກອບສ່ວນສໍາຄັນຢ່າງຕັ້ງໜ້າເຂົ້າໃນວຽກງານຄວາມໝັ້ນຄົງ ການ ເມືອງ
ປ້ອງກັນຊາດ
ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ
ການຮ່ວມມືທາງດ້ານເສດຖະກິດ ການຄ້າ ການທ່ອງທ່ຽວ ແລະ ວັດທະນະທໍາ
ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ
ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຫວຽດນາມ
ທັງນີ້ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ
ແລະ ການຮ່ວມມືພັດທະນາແບບຍືນຍົງ.
ກອງປະຊຸມໃນເທື່ອນີ້
ສອງຝ່າຍຍັງລົງນາມໃນສັນຍາການຮ່ວມມືປະຕິບັດວຽກງານໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຄອງຊາຍແດນ
ລະຫວ່າງສອງປະເທດ ໂດຍຈະສຸມໃສ່ວຽກງານການຄຸ້ມຄອງຊາຍແດນ
ການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ
ໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອໍານາດອະທິປະໄຕ ແລະ
ຜືນແຜ່ນດິນອັນຄົບຖ້ວນຂອງຊາດ
ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ ການຄ້າ ວັດທະນະທໍາ
ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຽາຍໂຕ ທັງຂຶ້ນແຜນ ແລະ
ພັດທະນາດ່ານ ການພັດທະນາລະບົບເສັ້ນທາງຄົມມະນາຄົມ
ເພີ່ມທະວີການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບລັດຖະບານວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍ
ຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ
ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ຂ່າວ/ພາບ: ເທບພະວົງ
ຄະນະຜູ້ແທນຊາຍແດນ ສປປ.ລາວ – ສສ. ຫວຽດນາມ ສໍາເລັດກອງປະຊຸມສາມັນປະຈໍາປີ ຄັ້ງທີ XXVI
Reviewed by makarow
on
7:26:00 PM
Rating:


