ຂ່າວດ່ວນ

ຂ່າວອື່ນໆ

random

ປີນີ້ລາວຕັ້ງເປົ້າດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃຫ້ບັນລຸ 5,4 ລ້ານເທື່ອຄົນ


          ລັດຖະບານໄດ້ເນັ້ນໃຫ້ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ເພີ່ມທະວີຄວາມ ເປັນເຈົ້າການຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວທຸກຮູບແບບໃຫ້ແຂງແຮງກວ່າເກົ່າພາຍຫລັງຕັ້ງເປົ້າປີນີ້ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າປະເທດໃຫ້ບັນລຸ 5,4 ລ້ານເທື່ອຄົນເພື່ອສ້າງລາຍຮັບໃຫ້ໄດ້ຫລາຍກວ່າ875 ລ້ານໂດລາສະຫະລັດ.
            ບັນຫາດັ່ງກ່າວໄດ້ກໍານົດຢູ່ໃນດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2017 ໂດຍມອບໃຫ້ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ເອົາ 
ໃຈໃສ່ພັດທະນາແຫລ່ງທ່ອງທ່ຽວປະເພດຕ່າງໆ ເຊັ່ນ: ທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະ ຫວັດສາດໃຫ້ດີຂຶ້ນຂະນະດຽວກັນກໍເລັ່ງໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ປະຊາຊົນໄດ້ມີສ່ວນຮ່ວມຫລາຍຂຶ້ນ ເພື່ອຮັບປະກັນຄວາມຍືນຍົງພ້ອມທັງເອົາໃຈໃສ່ປັບປຸງ ແລະ ພັດທະນາການບໍລິການການທ່ອງທ່ຽວໃຫ້ມີຄຸນນະພາບໄດ້ມາດຕະຖານ ແລະ ຮັກສາໄດ້ເອກະລັກຂອງທ້ອງຖິ່ນ ແລະ ຂອງຊາດ. ນອກຈາກນີ້ກໍຕ້ອງສ້າງກິດຈະກໍາ ແລະ ເງື່ອນໄຂອໍານວຍຕ່າງໆໃນການດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ເພື່ອກະກຽມຮອງຮັບປີທ່ອງທ່ຽວລາວ 2018 ໃຫ້ໄດ້ຮັບຜົນສໍາເລັດດີ ກໍຄືສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ກໍານົດເອົາການພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສະຫະກໍາທ່ອງທ່ຽວທີ່ມີເອກະລັກສະເພາະ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດທີ່ສໍາຄັນຂອງຊາດ ແລະ ປະກອບສ່ວນສໍາຄັນຂອງການທ່ອງທ່ຽວອາຊຽນ ແລະ ຂອງໂລກ.
          ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວສາມາດຂັບເຄື່ອນການພັດທະນາໄປໃນຈັງຫວະຂະຫຍາຍຕໍ່ເນື່ອງປັດຈຸບັນແຫລ່ງທ່ອງທ່ຽວໃນທົ່ວປະເທດມີ 1.957 ແຫ່ງໃນນັ້ນທາງທໍາມະ

ຊາດມີ 1.145 ແຫ່ງວັດທະນະທໍາ 534 ແຫ່ງ ແລະ ປະຫວັດສາດ 278 ແຫ່ງອັນພົ້ນເດັ່ນນັບແຕ່ເມືອງຫລວງພະບາງ ແລະ ວັດພູຈໍາປາສັກໄດ້ຖືກອົງການອຸຍແນສໂກຮັບເຂົ້າເປັນມໍລະດົກໂລກ ກໍໄດ້ກາຍເປັນທ່າແຮງສໍາຄັນໃນດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມປະເທດເຮົາເປັນຈໍານວນຫລາຍລ້ານຄົນໃນແຕ່ລະປີສາມາດສ້າງລາຍຮັບບໍ່ໜ້ອຍໃຫ້ແກ່ເສດຖະກິດຂອງຊາດ ແລະ ໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນບັນດາເຜົ່ານັບມື້ຫລາຍຂຶ້ນ.(ຫນັງສືພິມລາວພັດທະນາ)
ປີນີ້ລາວຕັ້ງເປົ້າດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃຫ້ບັນລຸ 5,4 ລ້ານເທື່ອຄົນ Reviewed by makarow on 8:51:00 PM Rating: 5

Contact Form

Name

Email *

Message *

Powered by Blogger.