ຂ່າວດ່ວນ

ຂ່າວອື່ນໆ

random

ຣັດເຊຍ ຢືນຢັນສືບຕໍ່ສະໜັບສະໜູນປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ


  ຣັດເຊຍ ຢືນຢັນສືບຕໍ່ສະໜັບສະໜູນປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນທຸກໂຄງສ້າງໃນພາກພື້ນທີ່ອາຊຽນລິເລີ່ມ. ການຢືນຢັນນີ້ມີຂື້ນໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຣັດເຊຍ ທີ່ຈັດຂຶ້ນໃນວັນທີ 25 ກໍລະກົດ 2016 ທີ່ນະຄອນຫລວງວຽງຈັນ. ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ຊື່ງມີຄວາມສຳຄັນຕໍ່ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມສຸດຍອດການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ຈັດຂື້ນໃນວັນທີ 19 ຫາ 20 ພຶດ ສະພາ 2016 ທີ່ເມືອງ ໂຊຈິ, ສະຫະພັນຣັດເຊຍ, ຊື່ງຖືເປັນຂີດໜາຍສຳຄັນໃນການພົວພັນ ອາຊຽນ - ຣັດເຊຍ ແລະ ຍັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ປຶກສາຫາລື ແລະ ວາງທິດທາງຮ່ວມມື ເພື່ອກ້າວໄປສູ່ການຍົກລະດັບການຮ່ວມມືຂື້ນເປັນຄູ່ຮ່ວມຍຸດທະສາດໃນຕໍ່ໜ້າ. ສອງຝ່າຍໄດ້ກຳນົດເອົາປີ 2016 ເປັນປີແລກປ່ຽນວັດທະນະທໍາ ອາຊຽນ-ຣັດເຊຍ ເພື່ອສົ່ງເສີມການຮ່ວມມືດ້ານວັດທະນາທຳກໍ່ຄືການສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ນັບມື້ຫລາຍຂຶ້ນ.[post_ad]




ຣັດເຊຍ ຢືນຢັນສືບຕໍ່ສະໜັບສະໜູນປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ Reviewed by pk on 2:38:00 AM Rating: 5

Contact Form

Name

Email *

Message *

Powered by Blogger.