ທະນາຄານກຸງສີອະຍຸດທະຍາຈຳກັດມະຫາຊົນໄດ້ຈັດງານສະໜັບສະໜູນເຄືອຂ່າຍທຸລະກິດ ແລະ ຮ່ວມຄູ່ພັນທະມິດ ລາວ-ໄທ
ວັນທີ 28 ກໍລະກົດ 2016 ທະນາຄານ ກຸງສີອະຍຸດທະຍາ ຈຳກັດມະຫາຊົນ ສາຂານະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານສະໜັບສະໜູນເຄືອຂ່າຍທຸລະກິດ ແລະ ຮ່ວມຄູ່ພັນທະມິດ ລາວ-ໄທ ຂຶ້ນທີ່ໂຮງແຮມ ລາວພລາຊາ ເປັນປະທານຂອງທ່ານ ພອນສະໜອງ ຕູ້ຈິນດາ ປະທານກຸ່ມທຸລະກິດລູກຄ້າທະນາຄານ ກຸງສີອະຍຸດທະຍາ ມີທ່ານ ນົບພະດົນ ເທບພິທັກ ເອກອັກຄະຣາຊະທູດໄທ ປະຈຳລາວ ພ້ອມດ້ວຍບັນດາຫົວໜ່ວຍທຸລະກິດຈາກ ໄທ-ລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທະນາຄານ ກຸງສີອະຍຸດທະຍາ ຈຳກັດມະຫາຊົນ ໄດ້ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປ ລາວ ຫຼາຍກວ່າ 22 ປີ ແລະ ໄດ້ສະໜັບສະໜູນຜູ້ປະກອບການ SME ໄທ ຂະຫຍາຍທຸລະກິດມາລົງທຶນໃນ ສປປ ລາວ ໂດຍຜ່ານກິດຈະກຳຈັບຄູ່ພັນທະມິດທຸລະກິດ ໃນກຸ່ມທຸລະກິດສິນຄ້າອຸປະໂພກ-ບໍລິໂພກ ໃຫ້ເຫັນປະສົບການດຳເນີນທຸລະກິດຂອງທະນາຄານ ລວມໄປເຖິງຄວາມຕ້ອງການຂອງລູກຄ້າສອງປະເທດທາງດ້ານການລົງທຶນ ແລະ ການຄ້າ ພ້ອມນັ້ນການຈັດງານໃນຄັ້ງນີ້ເປັນຄັ້ງທີ 2 ທີ່ໄດ້ນຳເອົາບັນດາຜູ້ປະກອບກຸ່ມຜະລິດຕະພັນສິນຄ້າ ເຄື່ອງໃຊ້ສອຍໃນຊີວິດປະຈຳວັນຈຳນວນ 13 ບໍລິສັດຈາກປະເທດໄທ ເພື່ອຮ່ວມກັບບັນດານັກທຸລະກິດຂອງ ສປປ ລາວ ໂດຍຜູ້ຊື້ ແລະ ຜູ້ຂາຍ ມີໂອກາດສຶກສາຂໍ້ມູນທາງທຸລະກິດຂອງແຕ່ລະຝ່າຍລ່ວງໜ້າ ພ້ອມທັງສາມາດກະກຽມເນື້ອໃນເຈລະຈາ ແນໃສ່ຊ່ວຍເສີມໂອກາດດ້ານການຄ້າຮ່ວມກັນ ພ້ອມທັງແລກປ່ຽນບົດຮຽນກັນ ໃຫ້ຜູ້ປະກອບການຂອງໄທ ໄດ້ມີໂອກາດຢ້ຽມຢາມຕະຫຼາດການຄ້າສຳຄັນທີ່ໜ້າສົນໃຈ ນອກນັ້ນ ຍັງໄດ້ຮັບຟັງການບັນຍາຍຂໍ້ມູນທີ່ເປັນປະໂຫຍດຕໍ່ການຕັດສິນໃຈທີ່ຈະມາລົງທຶນໃນ ສປປ ລາວ ຕື່ມອີກ. ດ້ວຍປະສົບການໃຫ້ການບໍລິການທາງດ້ານການເງິນແກ່ຜູ້ປະກອບທຸລະກິດໃນ ສປປ ລາວ ແລະ ເຄືອຂ່າຍທີ່ເຂັ້ມແຂງຂອງທະນາຄານ ກຸງສີອະຍຸດທະຍາ ເຮັດໃຫ້ທະນາຄານມີຄວາມພ້ອມໃຫ້ຄຳປຶກສາທຸລະກິດລະຫວ່າງປະເທດ ແກ່ຜູ້ປະກອບການທີ່ສົນໃຈໃນການລົງທຶນໃນປະເທດໄທ ແລະ ຕ່າງປະເທດ ພ້ອມນັ້ນ ຍັງມີຜະລິດຕະພັນບໍລິການທີ່ຊ່ວຍສະໜັບສະໜູນການເຮັດການຄ້າລະຫວ່າງປະເທດ ລວມທັງດ້ານເງິນຝາກ ການໂອນເງິນ ແລກ ປ່ຽນເງິນຕາຕ່າງປະເທດ ແລະ ສິນເຊື່ອເພື່ອການຄ້າຕ່າງປະເທດ ທັງໄລຍະສັ້ນ ແລະ ໄລຍະຍາວ ອີກດ້ວຍ.[post_ad]
ທະນາຄານກຸງສີອະຍຸດທະຍາຈຳກັດມະຫາຊົນໄດ້ຈັດງານສະໜັບສະໜູນເຄືອຂ່າຍທຸລະກິດ ແລະ ຮ່ວມຄູ່ພັນທະມິດ ລາວ-ໄທ
Reviewed by pk
on
12:10:00 AM
Rating:
Reviewed by pk
on
12:10:00 AM
Rating:


