ແຂ່ງຂັນກິລາກອງທັບສາກົນ
ລັດເຊຍເປີດພິທີການແຂ່ງຂັນກິລາກອງທັບສາກົນປະຈຳປີ 2016 ຢູ່ນະຄອນຫລວງ ມອສໂກ ຊຶ່ງໃນປີນີ້ຈັດຍິ່ງໃຫ່ຍກ່ວາທຸກປີ ໂດຍມີຊະນິດກິລາແຂ່ງຂັນເພີ່ມຂື້ນເປັນ 23 ຊະນິດ ແລະມີທະຫານກ່ວາ 3,000 ຄົນຈາກ 19 ປະເທດເຂົ້າຮ່ວມການແຂ່ງຂັນ ການແຂ່ງຂັນກິລາກອງທັບສາກົນ ເປັນການແຂ່ງຂັນທີ່ປະສົມປະສານທັກສະດ້ານກິລາກັບ ທັກສະການຊ້ອມຮົບແລະແບ່ງປະເພດການແຂ່ງຂັນຕາມໜ່ວຍຮົບຕ່າງໆຂອງກອງທັບ ເຊັ່ນ ຫນ່ວຍລົດຖັງ, ຫນ່ວຍປືນໃຫ່ຍ, ຫນ່ວຍຊຸ່ມຍິງ ຫລືໜ່ວຍຊ່ອມແຊມອາວຸດ ການແຂງຂັນໃນວຫນທຳອິດເປັນການແຂ່ງຂັນຄວບຄຸມລົດຖັງ ຊຶ່ງຜູ້ເຂົ້າແຂ່ງຂັນຕ້ອງຂັບລົດຖັງຝ່າດ່ານອຸປະສັກຕ່າງໆ ແລະຍິງເປົ້າໝາຍທີ່ກຳນົດໄວ້ ການແຂ່ງຂັນກິລາກອງທັບສາກົນຈະແຂ່ຂັນກັນໄປຈົນເຖິງ ວັນທີ 13 ສິງກາ[post_ad]
ແຂ່ງຂັນກິລາກອງທັບສາກົນ
Reviewed by pk
on
12:34:00 AM
Rating:
Reviewed by pk
on
12:34:00 AM
Rating:


