ຂ່າວດ່ວນ

ຂ່າວອື່ນໆ

random

ຂະແໜງທ່ອງທ່ຽວ ແຫຼ່ງສ້າງລາຍຮັບສູງອັນດັບສອງ


     ຂະ­ແໜງທ່ອງທ່ຽວຖືເປັນຂະ­ແໜງໜຶ່ງທີ່ສຳ­ຄັນເພາະສາ­ມາດສ້າງລາຍຮັບໄດ້ສູງເປັນອັບດັບສອງຂອງປະ­ເທດຮອງຈາກຂະ­ແໜງບໍ່ແຮ່, ໂດຍໃນ 5 ປີມານີ້ ສາ­ມາດສ້າງລາຍຮັບໄດ້ 2 ຕື້ກວ່າໂດລາສະ­ຫະ­ລັດຈາກຈຳ­ນວນນັກທ່ອງທ່ຽວເຂົ້າມາຢ້ຽມ­ຢາມລາວທັງໝົດ 18 ລ້ານກວ່າຄົນ.

    ອີງຕາມເອ­ກະ­ສານທີ່ລາຍງານໂດຍທ່ານ ບົວເງິນ ຊາພູ ວົງ ຮອງລັດ­ຖະ­ມົນ­ຕີກະ­ຊວງ ຖວທ ຕໍ່ກອງປະ­ຊຸມ ຖວທ ທົ່ວ ປະ­ເທດທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ວ່າ: ລັດ­ຖະ­ບານໄດ້ເອົາ ໃຈໃສ່ພັດ­ທະ­ນາສິ່ງອຳ­ນວຍຄວາມສະ­ດວກ ແລະສ້າງ ເງື່ອນ­ໄຂຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນໃນແຕ່ລະປີ, ຕາມການລາຍງານສະ­ຖິ­ຕິນັບແຕ່ປີ 2011-2015 ມີນັກທ່ອງທ່ຽວເຂົ້າມາລາວສູງເຖິງ 18,67 ລ້ານຄົນ, ສາ­ມາດສ້າງລາຍຮັບໄດ້ 2,87 ຕື້ໂດລາສະ­ຫະ­ລັດ, ສະ­ເລ່ຍໃນແຕ່ລະປີມີນັກທ່ອງທ່ຽວເຂົ້າມາທ່ຽວລາວປະ­ມານ 3,75 ລ້ານຄົນ, ສ້າງລາຍຮັບປະ­ມານ 575,02 ລ້ານໂດລາ, ໂດຍ ອັດ­ຕາສະ­ເລ່ຍເທົ່າກັບ 8,7% ຕໍ່ປີ.

     ສຳ­ລັບປີ 2011 ໄດ້ມີນັກທ່ອງທ່ຽວເຂົ້າມາລາວ 2,72  ລ້ານກວ່າຄົນ, ສ້າງລາຍຮັບໄດ້ 4 ຮ້ອຍກວ່າລ້ານໂດລາ ສະ­ຫະ­ລັດ, ເພີ່ມຂຶ້ນ 7%, ປີ 2012 ມີ 3,33 ລ້ານກວ່າ ຄົນ, ສ້າງລາຍຮັບໄດ້ 5 ຮ້ອຍກວ່າລ້ານໂດລາ, ເພີ່ມຂຶ້ນ 7,2%, ປີ 2013 ມີ 3,77 ລ້ານກວ່າຄົນ, ສ້າງລາຍຮັບ ໄດ້ເກືອບ 6 ຮ້ອຍລ້ານໂດລາ,

ເພີ່ມຂຶ້ນ 8,4%, ປີ 2014 ມີ 4,15 ລ້ານກວ່າຄົນ, ສ້າງລາຍຮັບໄດ້ 6 ຮ້ອຍກວ່າລ້ານໂດລາ, ເພີ່ມຂຶ້ນ 7,9% ແລະ ປີ 2015 ມີຈຳ­ນວນນັກທ່ອງ ທ່ຽວເຂົ້າມາລາວ 4,68 ລ້ານກວ່າຄົນ, ສ້າງລາຍຮັບໄດ້ 7 ຮ້ອຍກວ່າລ້ານໂດລາ ເພີ່ມຂຶ້ນ 13%.

     ຈາກການເພີ່ມຂຶ້ນຄືແນວນັ້ນໄດ້ເຮັດໃຫ້ການ­ທ່ອງ­ທ່ຽວເປັນຂະ­ແໜງທີ່ສາ­ມາດສ້າງລາຍຮັບສູງເປັນອັນດັບສອງຂອງປະ­ເທດ ຮອງຈາກຂະ­ແໜງບໍ່ແຮ່, ສະ­ເລ່ຍໄລ­ຍະການພັກເຊົາຂອງນັກທ່ອງທ່ຽວຢູ່ລາວ ແມ່ນ 7 ວັນ, ລາຍຮັບ ຈາກການ­ທ່ອງ­ທ່ຽວປະ­ກອບ­ສ່ວນເຂົ້າ ໃນ GDP ປະ­ມານ 8,7% ຕໍ່ປີ, ຊຶ່ງໄດ້ ປະ­ກອບ­ສ່ວນເຂົ້າໃນການພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມຂອງປະ­ເທດເຮົາໃນລະ­ດັບທີ່ແນ່­ນອນ, ຂະ­ນະທີ່ຮອດປີ 2020 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວ 6 ລ້ານຄົນ ແລະຈະສ້າງລາຍຮັບສະ­ເລ່ຍ 953 ລ້ານໂດລາສະ­ຫະ­ລັດ, ຕະ­ຫຼາດ ທ່ອງທ່ຽວທີ່ສຳ­ຄັນແມ່ນຈາກຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ, ອົດສະຕຣາລີ, ໄທ ແລະ ຫວຽດ­ນາມ, ນອກ­ຈາກນີ້ ຍັງມີນັກທ່ອງ ທ່ຽວທີ່ມີລາຍຈ່າຍສູງຈາກເອີຣົບ ແລະ ອາ­ເມ­ລິ­ກາເຊັ່ນ: ຝຣັ່ງ, ອັງ­ກິດ, ເຢຍລະ ມັນ ແລະອາ­ເມ­ລິ­ກາ.

     ໂດຍຕົວເລກ ໃນປີ 2014 ທົ່ວປະ­ເທດມີແຫຼ່ງທ່ອງທ່ຽວທັງໝົດ 1.916 ແຫ່ງ, ໃນນັ້ນ ມີແຫຼ່ງທ່ອງທ່ຽວທຳມະ ຊາດ 1.093 ແຫ່ງ, ແຫຼ່ງທ່ອງທ່ຽວວັດ ທະ­ນະທຳ 541 ແຫ່ງ ແລະແຫຼ່ງທ່ອງ ທ່ຽວປະ­ຫວັດ­ສາດ 282 ແຫ່ງ, ໄດ້ສຳ ຫຼວດແລ້ວ 145 ແຫ່ງ, ນອກນີ້ຍັງມີ ແຫຼ່ງທ່ອງທ່ຽວທີ່ໄດ້ຈັດສັນພ້ອມທັງກຳ­ນົດແນວຄວາມຄິດໃນການພັດ­ທະ­ນາ ຈຳ­ນວນ 24 ແຫ່ງ, ມີແຫຼ່ງທ່ອງທ່ຽວມໍ ລະດົກໂລກ 2 ແຫ່ງ, ມີແຫຼ່ງທ່ອງທ່ຽວມໍ­ລະ­ດົກແຫ່ງຊາດທີ່ສຳ­ນັກ­ງານນາ­ຍົກຮັບ­ຮອງເອົາຈຳ­ນວນ 20 ແຫ່ງ. [post_ad]
ຂະແໜງທ່ອງທ່ຽວ ແຫຼ່ງສ້າງລາຍຮັບສູງອັນດັບສອງ Reviewed by pk on 11:05:00 PM Rating: 5

Contact Form

Name

Email *

Message *

Powered by Blogger.