ຂ່າວດ່ວນ

ຂ່າວອື່ນໆ

random

ນັກທຸລະກິດ ສປຈີນ ຈະສ້າງໂຮງງານຜະລິດກາເຟ ແລະ ນິຄົມອຸດສາຫະກຳກາເຟໃຫຍ່ທີ່ສຸດໃນອາຊີຢູ່ລາວ


  ນັກທຸລະກິດ ສປຈີນ ຈະສ້າງໂຮງງານຜະລິດກາເຟ ແລະ ນິຄົມອຸດສາຫະກຳກາເຟໃຫຍ່ທີ່ສຸດໃນອາຊີຢູ່ລາວ - at 26 ກໍລະກົດ 2016 ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສປປລາວ 
  1.  ບໍລິສັດລົງທຶນຊາງເຊີ້ງຕາ ແຂວງຢຸນນານຈີນຈຳກັດ, ກຸ່ມບໍລິສັດລົງທຶນພະລັງງານຈຸ່ງກິ່ງ ແລະ ຮອງເຈົ້າແຂວງຜົ້ງສາລີ ໄດ້ລົງນາມໃນສັນຍາຮ່ວມມືທີ່ສ້າງໂຮງງານຜະລິດກາເຟຊີວະພາບ(ອິນຊີ ປອດສານພິດ) ແລະ ນິຄົມອຸດສາຫະກຳກາເຟໃຫຍ່ທີ່ສຸດໃນອາຊີຢູ່ ສປປ ລາວ, ໂດຍທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ແລະ ທ່ານ ຫວາງຊີຫຸ່ຍ ທີ່ປຶກສາເສດຖະກິດ-ການຄ້າຂອງສະຖານທູດຈີນປະຈຳລາວເຂົ້າຮ່ວມເປັນສັກຂີພິຍານ. 
  2.  ທ່ານ ຄຳຜອຍ ວັນນະສານ, ຮອງເຈົ້າແຂວງຜົ້ງສາລີ ສະແດງຄວາມຊົມເຊີຍສອງບໍລິສັດດັ່ງກ່າວ, ໂຄງການປູກກາເຟຢູ່ແຂວງເປັນໂຄງການພາຍໃນຂອບ "ກົນໄກຮ່ວມມືລະຫວ່າງແຂວງຢຸນນານຈີນ-ພາກເໜືອຂອງລາວ" ທັງເປັນໜຶ່ງໃນໂຄງການ "ປູກພືດທົດແທນຝິ່ນ" ທີ່ສອງປະເທດລາວ-ຈີນຮ່ວມກັນຈັດຕັ້ງປະຕິບັດ; 
  3.  ຫວັງວ່າ 2 ບໍລິສັດຈະປະສານງານກັນເປັນຢ່າງດີເພື່ອສົ່ງເສີມໃຫ້ຂະແໜງການກາເຟຂອງແຂວງຕົນເຂັ້ມແຂງແລະປະກອບສ່ວນພັດທະນາເສດຖະ ກິດກໍຄືຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນແລະສົ່ງເສີມການຮ່ວມມືມິດຕະພາບລະຫວ່າງລາວ-ຈີນ. 
  4.  ຊາວແຂວງຜົ້ງສາລີ ຕ່າງກໍຫັນມາປູກກາເຟຢ່າງແຜ່ຫຼາຍ ແລະ ກາຍເປັນລາຍຮັບຫຼັກ ແລະ ຫມັ້ນຄົງ, ພາຍຫຼັງທີ່ສອງບໍລິສັດດັ່ງກ່າວຈາກ ສປຈີນ ໄດ້ລົງທຶນສົ່ງເສີມປະຊາຊົນຊາວແຂວງຜົ້ງສາລີປູກກາເຟ ສົ່ງອອກໄປ ສປຈີນ; (5) ໄດ້ທົດລອງປູກມາແຕ່ປີ 2011 ທີ່ເມືອງບຸນເຫນືອ ກ່ອນຈະຂະຫຍາຍອອກສູ່ 5 ເມືອງໃນແຂວງຜົ້ງສາລີ;
  5.  ບໍລິສັດຊາງເຊີ້ງຕາລົງທຶນຢຸນນານຈຳກັດໄດ້ເລີ່ມລົງທຶນຢູ່ແຂວງຜົ້ງສາລີໃນປີ 2009 ແລະ ໃນປີ 2011 ບໍລິສັດໄດ້ເຊັນສັນຍາປູກ ແລະ ຜະລິດກາເຟກັບອົງການປົກຄອງເມືອງບຸນເໜືອ (ແບບທົດລອງ), 
  6.  ໃນປີ 2012 ບໍລິສັດໄດ້ເຊັນສັນຍາ ກັບ ອົງການປົກຄອງເມືອງ 5 ເມືອງ (ເມືອງຜົ້ງສາລີ, ເມືອງບຸນໃຕ້, ເມືອງສຳພັນ, ເມືອງຂວາ ແລະ ເມືອງໃໝ່) ເຊິ່ງຕາມແຜນການປູກໃນ 5 ເມືອງແມ່ນ 12,000 ເຮັກຕາ. ມາຮອດເດືອນ 12 ປີ 2015 ມີ 140 ບ້ານ, 7,000 ກວ່າຄອບຄົວທີ່ປູກກາເຟ, ໃນເນື້ອທີ່ປູກ 3,000 ກວ່າເຮັກຕາ; 
  7.  ຜ່ານການປູກເຫັນວ່າທັງພື້ນທີ່ ແລະ ດິນຟ້າອາກາດມີຄວາມເຫມາະສົມ, ໃນນັ້ນເດັ່ນກວ່າໝູ່ແມ່ນບ້ານພູຊ້າ ເມືອງບຸນເໜືອ ບາງຄອບຄົວມີລາຍຮັບເຖິງ 20,000 ຢວນ/ປີ ຫຼືປະມານ 24 ລ້ານກວ່າກີບ ແລະ ມາຮອດປະຈຸບັນປະຊາຊົນມີລາຍຮັບຈາກການຂາຍກາເຟປະມານ 6 ຕື້ກວ່າກີບ; 
  8.  ນອກຈາກນີ້, ບໍລິສັດຍັງສົ່ງເສີມປະຊາຊົນປູກພືດລົ້ມລຸກສັບຫວ່າງໃສ່ຕົ້ນກາເຟ ເປັນຕົ້ນແມ່ນ ສາລີ, ພືດຕະກູນຖົ່ວ ແລະ ອື່ນໆເປັນລາຍຮັບເພີ່ມໃຫ້ປະຊາຊົນ.[post_ad]



ນັກທຸລະກິດ ສປຈີນ ຈະສ້າງໂຮງງານຜະລິດກາເຟ ແລະ ນິຄົມອຸດສາຫະກຳກາເຟໃຫຍ່ທີ່ສຸດໃນອາຊີຢູ່ລາວ Reviewed by pk on 6:26:00 PM Rating: 5

Contact Form

Name

Email *

Message *

Powered by Blogger.