ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ວິວຽນ ບາລາຄຣິສນັນ
ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ວິວຽນ ບາລາຄຣິສນັນ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສິງກະໂປ ແລະ ຄະນະ ໃນໂອກາດຢ້ຽມຢາມ ສປປລາວ ຢ່າງເປັນທາງການ ວັນທີ 27-28 ກໍລະກົດ 2016 ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວວຽງຈັນ ສປປລາວ
ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານ ວິວຽນ ບາລາຄຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ສິງກະໂປ ໃຫ້ແຕກດອກອອກຜົນງອດວາມຍິ່ງຂຶ້ນ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ ໃນໄລຍະຜ່ານມາເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ.
ພະນະທ່ານ ວິວຽນ ບາລາຄຣິສນັນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ໃຫ້ຊາບຕື່ມອີກ.[post_ad]
ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ວິວຽນ ບາລາຄຣິສນັນ
Reviewed by pk
on
5:27:00 AM
Rating:
Reviewed by pk
on
5:27:00 AM
Rating:


