ຂ່າວດ່ວນ

ຂ່າວອື່ນໆ

random

ອາຊຽນ-ນິວຊີແລນ ເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ,ການພົວພັນທາງທຸລະກິດ


ອາຊຽນ - ນິວຊີແລນ ເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ, ການພົວພັນທາງທຸລະກິດ, ການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຕັກໂນໂລຊີນະວັດຕະກຳ, ກະສິກຳ, ຄວາມປອດໄພ ແລະ ການຜະລິດສະບຽງອາຫານຕະຫລອດເຖິງ ການເຊື່ອມຈອດ, ການແລກປ່ຽນຊາວໜຸ່ມ ແລະ ອື່ນໆ ຊື່ງການຕົກລົງເຫັນດີເພີ່ມທະວີການພົວພັນຮ່ວມມືຄັ້ງນີ້ມີຂື້ນ ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ນິວຊີແລນ ທີ່ຈັດຂຶ້ນໃນວັນທີ 25 ກໍລະກົດ 2016, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ສອງຝ່າຍໄດ້ຕີລາຄາສູງການຕໍ່ພົວພັນຮ່ວມມືສອງຝ່າຍໃນໄລຍະ 40 ປີຜ່ານມາ ໂດຍສະ ເພາະໃນ 4 ຂົງເຂດບູລິມະສິດຄື: ທຶນການສຶກສາ, ການແລກປ່ຽນນັກທຸລະກິດໜຸ່ມ, ການຄຸ້ມຄອງຄວາມສ່ຽງທາງໄພພິບັດ ແລະ ກະສິກຳ ລວມທັງບັນດາກິດຈະກຳທີ່ຢູ່ພາຍໃຕ້ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ. ພ້ອມນີ້ກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນ ອາຊຽນ-ນິວຊີແລນ ຄົບຮອບ 40 ປີ ໃນປີ 2015 ຜ່ານມາ ພ້ອມທັງຕີລາຄາຕໍ່ການຍົກລະດັບການຮ່ວມມືອາ ຊຽນ - ນູແວນເຊລັງຂຶ້ນເປັນຄູ່ຮ່ວມຍຸດທະສາດ, ນັບທັງການປະຕິບັດ 2 ຂໍ້ລິເລີ່ມໃໝ່ ຂອງນິວຊີແລນຄື: ຂໍ້ລິເລີ່ມເພື່ອການຕິດຕໍ່ພົວພັນຂອງປະຊາຊົນ ແລະ ຂໍ້ລິເລີ່ມເພື່ອຄວາມສົມບູນພູນສຸກ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດສະເຫລີມສະຫລອງປີ 2015 ຜ່ານມາ[post_ad]
ອາຊຽນ-ນິວຊີແລນ ເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ,ການພົວພັນທາງທຸລະກິດ Reviewed by pk on 3:59:00 AM Rating: 5

Contact Form

Name

Email *

Message *

Powered by Blogger.