ຂ່າວດ່ວນ

ຂ່າວອື່ນໆ

random

ທ່ານ ຫວາງຢີ້, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ ໄດ້ພົບປະກັບທ່ານ ຈອນ ເຄຣີ




ທ່ານ ຫວາງຢີ້, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ ໄດ້ພົບປະກັບທ່ານ ຈອນ ເຄຣີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະຫະຣັດອາເມຣິກາ ໃນໄລຍະທີ່ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກ - at 25 ກໍລະກົດ 2016 ຫໍປະຊູມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປລາວ (1) ທ່ານ ຫວາງຢີ້ ກ່າວວ່າ: ຜົນປະໂຫຍດຮ່ວມລະຫວ່າງຈີນ-ອາເມລິກາໃນປັດຈຸບັນມີຫຼາຍກວ່າທຸກປີຜ່ານມາ, ຄຸນຄ່າຍຸດທະສາດແຫ່ງການຮ່ວມມືລະຫວ່າງສອງປະເທດກໍໃຫຍ່ກວ່າທຸກປີຜ່ານມາ, ສອງຝ່າຍຕ້ອງພິຈາລະນາເຈດຕະນາລົມທາງຍຸດທະສາດຂອງກັນຢ່າງພາວະວິໄສຫຼາຍກວ່າເມື່ອກ່ອນ. ສອງຝ່າຍຄວນກຳແໜ້ນທິດທາງໃຫຍ່ແຫ່ງສາຍພົວພັນລະຫວ່າງສອງປະເທດ ແກ້ໄຂແລະຄວບຄຸມຄວາມຂັດແຍ້ງກັນຢ່າງເໝາະສົມດ້ວຍວິທີທີ່ສ້າງສັນ. (2) ກ່ຽວກັບບັນຫາທະເລຈີນໃຕ້, ທ່ານ ຫວາງຢີ້ ໄດ້ສະແດງຫຼັກໝັ້ນແລະຫຼັກການຂອງປະເທດຕົນ ໂດຍກ່າວວ່າລັດຖະມົນຕີຕ່າງປະເທດຂອງຈີນແລະອາຊຽນອອກ"ຖະແຫຼງການຮ່ວມກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ຢ່າງຮອບດ້ານແລະມີປະສິດທິຜົນ" ໃນມື້ນີ້, ເຊິ່ງເປັນການສະແດງໃຫ້ເຫັນວ່າບັນຫາທະເລຈີນໃຕ້ຍັງຄວນກັບຄືນສູ່ຊ່ອງທາງທີ່ຖືກຕ້ອງຄືໃຫ້ແກ້ໄຂບັນຫາໂດຍຜ່ານການປຶກສາຫາລືແລະການເຈລະຈາໂດຍກົງລະຫວ່າງຝ່າຍທີ່ກ່ຽວຂ້ອງ. ຫວັງວ່າອາເມລິກາຈະມີການກະທຳຕົວຈິງເພື່ອສະໜັບສະໜູນຈີນແລະຟີລິບປິນຟື້ນຟູການເຈລະຈາ ແລະ ສະໜັບສະໜູນຄວາມພະຍາຍາມຂອງຈີນແລະອາຊຽນໃນການປົກປັກຮັກສາສັນຕິພາບໃນພາກພື້ນ. (3) ທ່ານ ເຄຣີ ຊົມເຊີຍຈີນ ແລະ ອາຊຽນອອກຖະແຫຼງການຮ່ວມທີ່ກ່ຽວຂ້ອງ ແລະ ກ່າວວ່າອາເມລິກາຈະບໍ່ເຂົ້າຂ້າງຝ່າຍໃດຕໍ່ຜົນການຕັດສິນບັນຫາທະເລຈີນໃຕ້, ຈະສະໜັບສະໜູນຈີນ ແລະ ຟີລິບປິນຟື້ນຟູການເຈລະຈາສອງຝ່າຍ ແລະ ຄວນຂ້າມຜ່ານກໍລະນີຕັດສິນນີ້ໂດຍໄວ ເພື່ອເຮັດໃຫ້ສະຖານະການຢູ່ທະເລຈີນໃຕ້ກັບຄືນສູ່ສະພາບປົກກະຕິ.[post_ad]



ທ່ານ ຫວາງຢີ້, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ ໄດ້ພົບປະກັບທ່ານ ຈອນ ເຄຣີ Reviewed by pk on 5:13:00 AM Rating: 5

Contact Form

Name

Email *

Message *

Powered by Blogger.