ຂ່າວດ່ວນ

ຂ່າວອື່ນໆ

random

ນາ­ຍົກຊີ້ນຳ 10 ກະ­ຊວງຕ້ອງ ເພີ່ມທະ­ວີປະ­ຕິ­ບັດ ວຽກຢ່າງມີຄວາມ ຮັບ­ຜິດ­ຊອບສູງ


ນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ຊີ້ນຳໃຫ້ສະ­ມາ­ຊິກລັດ­ຖະ­ບານໂດຍສະເພາະແມ່ນ 10 ກະ­ຊວງຕ້ອງເພີ່ມທະ­ວີໃນການຜັນຂະ­ຫຍາຍບັນ­ດາວຽກງານຈຸດສຸມສຳ­ລັບເດືອນມີຖຸນາ 2016 ດ້ວຍຄວາມຮັບຜິດຊອບສູງເພື່ອເຮັດໃຫ້ບັນ­ດາເນື້ອໃນຈິດທີ່ໄດ້ຕົກ­ລົງເປັນເອ­ກະພາບໃນກອງປະ­ຊຸມລັດ­ຖະ­ບານສະ­ໄໝສາ­ມັນປະ­ຈຳເດືອນພຶດ­ສະ­ພາ 2016 ຖືກຈັດຕັ້ງປະ­ຕິ­ບັດຢ່າງມີໝາກຜົນ­ສຳ­ເລັດຕາມລະ­ດັບຄາດ­ໝາຍ. ກອງປະ­ຊຸມລັດ­ຖະ­ບານສະ­ໄໝສາ­ມັນປະ­ຈຳເດືອນພຶດສະ­ພາ 2016 ໄດ້ດຳ­ເນີນຢ່າງເປັນທາງການໃນລະ­ຫວ່າງວັນທີ 24-25 ພຶດ­ສະ­ພາ 2015 ທີ່ສຳ­ນັກ­ງານນາ­ຍົກລັດຖະມົນ­ຕີ ພາຍໃຕ້ການເປັນປະ­ທານຂອງ ທ່ານ ທອງລຸນສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍມີບັນ­ດາທ່ານຮອງນາ­ຍົກ ລັດ­ຖະ­ມົນ­ຕີ ແລະສະ­ມາ­ຊິກລັດ­ຖະ­ບານເຂົ້າຮ່ວມ. ກອງປະ­ຊຸມຄັ້ງນີ້ ສຸດທີ່ມີຄວາມສຳ­ຄັນ, ເພາະລັດຖະບານ ໄດ້ນຳເອົາບັນ­ຫາສຳ­ຄັນຕ່າງໆ 3 ກຸ່ມບັນ­ຫາໃຫຍ່ມາພິ­ຈາ­ລະ­ນາ ແລະຕົກ­ລົງຮັບ­ຮອງຄື: ບັນ­ຫາຈັດເກັບລາຍຮັບງົບ­ປະ­ມານ ແລະສ້າງສະ­ຖຽນລະພາບໝັ້ນທ່ຽງໃຫ້ແກ່ເສດ­ຖະ­ກິດການເງິນ, ບັນ­ຫາການຜະ­ລິດກະ­ສິ­ກຳ-ປົກປັກຮັກ­ສາປ່າ­ໄມ້ແບບຍືນຍົງ ແລະບັນ­ຫາແກ້ໄຂວຽກງານບາງກະ­ຊວງທີ່ມີການຊ້ຳຊ້ອນກັນ ຊຶ່ງມີເນື້ອໃນລະ­ອຽດດັ່ງ­ນີ້: ກອງປະ­ຊຸມໄດ້ພິ­ຈາ­ລະ­ນາ ແລະຮັບ­ຮອງເອົາບົດລາຍງານສະ­ພາບການ­ຈັດ­ຕັ້ງປະ­ຕິ­ບັດແຜນລາຍຮັບງົບ­ປະ­ມານແລະມາດຕະ­ການຕ່າງໆໃນການຈັດເກັບລາຍຮັບຂອງ ເດືອນ 6, 7, 8 ແລະ 9 ແລະ 3 ເດືອນຂ້າມຜ່ານ (10, 11 ແລະ 12) ປີ 2016, ບົດລາຍງານກ່ຽວກັບການແກ້ໄຂສະ­ພາບຄ່ອງຂອງເສດ­ຖະ­ກິດມະ­ຫາພາກແຕ່ນີ້ຮອດທ້າຍປີ 2016 ແລະແຜນການປັບ­ປຸງເສດ­ຖະ­ກິດໄລ­ຍະສັ້ນ ແລະ ປັບ­ປຸງໂຄງສ້າງເສດ­ຖະ­ກິດໄລ­ຍະກາງ. ພິ­ຈາ­ລະ­ນາ ແລະຮັບ­ຮອງເອົາບົດລາຍງານກ່ຽວກັບແຜນການ­ຈັດ­ຕັ້ງປະຕິບັດການຜະ­ລິດລະ­ດູ­ແລ້ງ ແລະແຜນການຜະ­ລິດລະ­ດູ­ຝົນ ປະ­ຈຳສົກປີ 2015-2016 ແລະບົດລາຍງານນະ­ໂຍ­ບາຍ ແລະມາດຕະ­ການກ່ຽວກັບການຄຸ້ມຄອງປ່າ­ໄມ້ແບບຍືນຍົງ. ບົດລາຍງານການ­ຈັດ­ຕັ້ງປະ­ຕິ­ບັດການຜະ­ລິດລະ­ດູ­ແລ້ງ ແລະແຜນ­ການຜະລິດລະ­ດູ­ຝົນສົກປີ 2015-2016 ແມ່ນໄດ້ສຸມໃສ່ການ­ຈັດ­ຕັ້ງປະ­ຕິ­ບັດແຜນງານຄ້ຳ­ປະ­ກັນສະ­ບຽງອາ­ຫານເປັນ­ຕົ້ນສູ້ຊົນຜະ­ລິດເຂົ້າ­ນາ­ແຊງ, ການປູກພືດ ເປັນສະ­ບຽງອາ­ຫານ, ເປັນສິນ­ຄ້າ, ການລ້ຽງ­ສັດ ແລະການປະ­ມົງໃຫ້ໄດ້ຕາມຄາດ­ໝາຍ ແລະແຜນງານທີ່ໄດ້ກຳ­ນົດໄວ້, ກອງປະ­ຊຸມໄດ້ພິ­ຈາ­ລະ­ນາ ແລະ ຮັບ­ຮອງເອົາບົດລາຍງານກ່ຽວກັບການປັບ­ປຸງສັບຊ້ອນບາງວຽກງານຂອງລັດຖະບານທີ່ມີການຊ້ຳຊ້ອນກັນເປັນ­ຕົ້ນວຽກງານການຄຸ້ມຄອງປ່າ­ໄມ້, ວຽກງານການຄຸ້ມຄອງແຮ່ທາດ, ການຄຸ້ມຄອງທີ່ດິນ, ວຽກງານຄະ­ນະກຳ­ມະ­ການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນ­ຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ຕໍ່ບັນ­ຫາດັ່ງ­ກ່າວ, ກອງປະ­ຊຸມໄດ້ມີ ທິດຊີ້ນຳວຽກງານການຄຸ້ມຄອງປ່າ­ໄມ້ ໂອນທັງໝົດກ່ຽວກັບການຄຸ້ມຄອງທຸກ ປະ­ເພດປ່າ­ໄມ້ໃຫ້ກະ­ຊວງກະ­ສິ­ກຳ ແລະ ປ່າ­ໄມ້, ວຽກງານການຄຸ້ມຄອງແຮ່ທາດ ແມ່ນໂອນທັງໝົດວຽກງານຄຸ້ມຄອງຊັບ ພະ­ຍາ­ກອນແຮ່ທາດໃຫ້ກະ­ຊວງພະ­ລັງງານ ແລະບໍ່ແຮ່ຮັບ­ຜິດ­ຊອບຄຸ້ມຄອງ, ການຄຸ້ມຄອງທີ່ດິນແມ່ນຮັກ­ສາວຽກ ງານຄຸ້ມຄອງຊັບ­ພະ­ຍາ­ກອນທີ່ດິນລວມທັງວຽກອອກໃບຕາ­ດິນໃນຂອບເຂດທົ່ວປະ­ເທດແມ່ນຍັງຮັກ­ສາໄວ້ນຳກະ ຊວງຊັບ­ພະ­ຍາ­ກອນທຳມະຊາດ ແລະສິ່ງ­ແວ­ດລ້ອມ ຄື­ເກົ່າສ່ວນ ການເກັບພາ­ສີ ທີ່ດິນແມ່ນມອບໃຫ້ກະ­ຊວງການເງິນ ເປັນຜູ້ຈັດຕັ້ງປະ­ຕິ­ບັດ, ສ່ວນວຽກງານຄະ­ນະກຳ­ມະ­ການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນ­ຫາລະ­ເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແມ່ນໃຫ້ໂອນໃຫ້ກະ­ຊວງແຮງງານ ແລະສະ­ຫວັດ­ດີ ການສັງ­ຄົມສຳ­ລັບວຽກງານ 3 ສ້າງແມ່ນມອບໃຫ້ກະ­ຊວງພາຍໃນເປັນຜູ້ຮັບຜິດຊອບ. ແນວ­ໃດກໍດີຕອນທ້າຍກອງປະ­ຊຸມ, ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ຊີ້ນຳໃຫ້ສະມາຊິກລັດ­ຖະ­ບານນຳເອົາເນື້ອໃນຈິດ­ໃຈທີ່ໄດ້ຕົກ­ລົງເປັນເອ­ກະພາບໃນກອງປະຊຸມຄັ້ງນີ້ລວມທັງບັນ­ດາວຽກງານທີ່ເປັນຈຸດສຸມໃນເດືອນມິ­ຖຸ­ນາ 2016 ໄປ ຈັດຕັ້ງຜັນຂະ­ຫຍາຍ ແລະຈັດຕັ້ງປະ­ຕິບັດດ້ວຍຄວາມຮັບ­ຜິດ­ຊອບສູງດັ່ງ­ນີ້: ກະ­ຊວງປ້ອງກັນປະ­ເທດເອົາໃຈໃສ່ເພີ່ມທະ­ວີວຽກງານປ້ອງກັນຊາດຮັບ­ປະ­ກັນສະ­ຖຽນລະພາບທາງດ້ານການ­ເມືອງໃຫ້ໜັກແໜ້ນ, ຮັບ­ປະ­ກັນຄວາມປອດໄພທົ່ວປວງຊົນ ແລະຮອບດ້ານ, ໃຫ້ແກ່ການ­ທ່ອງ­ທ່ຽວ, ການທຳມາຫາກິນຂອງປະ­ຊາ­ຊົນບັນ­ດາ­ເຜົ່າກໍຄືກອງປະ­ຊຸມສຸດຍອດອາຊຽນໃນປີ 2016. ໃຫ້ກະ­ຊວງປ້ອງກັນຄວາມສະຫງົບເພີ່ມທະ­ວີຄວາມເອົາ­ໃຈ­ໃສ່ສົມ­ທົບກັບທຸກພາກສ່ວນທີ່ກ່ຽວ­ຂ້ອງແລະ ທ້ອງຖິ່ນຕ່າງໆແກ້ໄຂປາ­ກົດ­ການຫຍໍ້­ທໍ້ຕ່າງໆໃນສັງ­ຄົມ ໂດຍສະ­ເພາະຢູ່ນະ­ຄອນ­ຫຼວງວຽງຈັນ ເປັນ­ຕົ້ນບັນ­ຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ, ການຂີ່ລົດກໍ່­ກວນເມືອງ, ອຸ­ປະ­ຕິ­ເຫດທີ່ີເກີດຂຶ້ນຕາມທ້ອງ ຖະ­ໜົນ ແລະບັນ­ຫາອື່ນໆແລ້ວລາຍງານໃຫ້ລັດ­ຖະ­ບານຮັບຊາບ ຢ່າງເປັນປະ­ຈຳ. ໃຫ້ກະ­ຊວງໂຍ­ທາທິການ ແລະ ຂົນ­ສົ່ງສົມ­ທົບກັບພາກ­ສ່ວນກ່ຽວ­ຂ້ອງ ເອົາ­ໃຈ­ໃສ່ແກ້ໄຂບັນ­ຫາຈະ­ລາ­ຈອນແອ ອັດໃນຕົວເມືອງ, ການຈອດລົດຊະ­ຊາຍ ເພື່ອຮັບ­ປະ­ກັນໃຫ້ແກ່ຜູ້ໃຊ້ລົດໃຊ້ຖະ­ໜົນ ມີຄວາມປອດໄພ, ຫຼຸດ­ຜ່ອນການເກີດອຸ ປະ­ຕິເຫດ ແລະຫຼຸດ­ຜ່ອນມົນລະພິດຂອງຕົວເມືອງ. ໃຫ້ກະ­ຊວງກະ­ສິ­ກຳ ແລະປ່າ ໄມ້ສົມ­ທົບກັບພາກ­ສ່ວນກ່ຽວ­ຂ້ອງກະກຽມຄວາມພ້ອມໃນການກ້າວເຂົ້າສູ່ການຜະ­ລິດລະ­ດູ­ຝົນ, ລວມທັງການຕ້ານແລ້ງ-ຕ້ານຖ້ວມ, ການຕ້ານ ແລະກຳ­ຈັດ ສັດ­ຕູພືດ ແລະບັນ­ຫາອື່ນໆໄວ້ແຕ່ຫົວ­ທີ ແລະໃນເດືອນ 6 ຈະມີວັນສຳ­ຄັນຕ່າງໆ ເປັນ­ຕົ້ນ: ແມ່ນວັນ­ເດັກ­ນ້ອຍສາ­ກົນ, ວັນປູກຕົ້ນ­ໄມ້ແຫ່ງຊາດ, ວັນສິ່ງ­ແວ­ດລ້ອມ ໂລກຈິ່ງມອບໃຫ້ກະ­ຊວງກະ­ສິ­ກຳສົມທົບກັບພາກ­ສ່ວນກ່ຽວ­ຂ້ອງ ເພື່ອກະກຽມໃຫ້ທຸກພາກ­ສ່ວນຈັດຕັ້ງການປູກ ຕົ້ນ­ໄມ້ ຢ່າງເປັນຂະບວນ ແລະໃຫ້ມີບັນຍາກາດຟົດ­ຟື້ນທົ່ວປວງຊົນ ໂດຍເນັ້ນໃສ່ປູກຈິດສຳ­ນຶກໃຫ້ເດັກ­ນ້ອຍຮູ້­ຈັກອານຸລັກຮັກ­ສາປ່າ­ໄມ້, ແຫຼ່ງນ້ຳ ແລະຊີ­ວະນາໆພັນ ແລ້ວລາຍງານໃຫ້ລັດ­ຖະ­ບານ ຮັບຊາບ. ໃຫ້ກະ­ຊວງສຶກສາທິການ ແລະ ກິ­ລາເອົາ­ໃຈ­ໃສ່ຕໍ່ການສອບ­ເສັງຈົບຊັ້ນຂັ້ນຕ່າງໆໃຫ້ໄດ້ດີ ແລະມີປະສິດ­ທິຜົນແລະສ້າງກິດ­ຈະ­ກຳຕ່າງໆໃຫ້ແກ່ນັກ ຮຽນ-ນັກສຶກສາ, ໃນຍາມພັກ­ແລ້ງນີ້ໃຫ້ມີການ­ເຄື່ອນ­ໄຫວຢ່າງຕໍ່ເນື່ອງເພື່ອເຮັດໃຫ້ພວກລູກຫຼານຂອງພວກເຮົາຫ່າງໄກຈາກສິ່ງເສບຕິດ ແລະສິ່ງຫຍໍ້­ທໍ້ຕ່າງໆ. ໃຫ້ກະ­ຊວງການຕ່າງ­ປະ­ເທດສ້າງແຜນ­ການ­ເຄື່ອນ­ໄຫວໃຫ້ແກ່ຜູ້­ນຳພັກ-ລັດ ໃນການເດີນ­ທາງໄປເຄື່ອນໄຫວ ວຽກງານການຕ່າງ­ປະ­ເທດ, ການເຂົ້າ ຮ່ວມກອງປະ­ຊຸມສາ­ກົນຕ່າງໆ, ການກະ ກຽມໃຫ້ທ່ານນາ­ຍົກ­ລັດ­ຖະ­ມົນ­ຕີເດີນ ທາງໄປຢ້ຽມ­ຢາມປະ­ເທດກຳ­ປູ­ເຈຍຢ່າງເປັນທາງການ ໃນທ້າຍເດືອນ 06/2016,ເອົາ­ໃຈ­ໃສ່ກະ­ກຽມການເປັນປະ­ທານ ກອງປະ­ຊຸມອາຊຽນ ແລະການກະ­ກຽມ ຕ້ອນ­ຮັບບັນ­ດາປະ­ມຸກລັດ, ຫົວ­ໜ້າຄະ­ນະຜູ້ແທນຂັ້ນສູງຂອງບັນ­ດາປະ­ເທດເພື່ອນມິດທີ່ຈະເດີນ­ທາງມາເຂົ້າຮ່ວມກອງປະ­ຊຸມສຸດຍອດອາຊຽນ. ໃຫ້ກະ­ຊວງອຸດ­ສາ­ຫະ­ກຳ-ການ ຄ້າເອົາ­ໃຈ­ໃສ່ຄວບຄຸມລາ­ຄາສິນ­ຄ້າຕາມ ທ້ອງຕະ­ຫຼາດ ເພື່ອບໍ່ໃຫ້ມີການສວຍໂອ ກາດຂຶ້ນລາ­ຄາສິນ­ຄ້າອຸ­ປະ­ໂພກ-ບໍ­ລິ­ໂພກທີ່ນຳເຂົ້າຈາກຕ່າງ­ປະ­ເທດຄວນມີສະຕິກເກີ ເພື່ອຫັນເຂົ້າສູ່ລະ­ບຽບເຮັດໃຫ້ສາມາດຄຸ້ມຄອງ ແລະສ້າງລາຍຮັບເພີ່ມ. ໃຫ້ກະ­ຊວງພະ­ລັງ ແລະບໍ່ແຮ່, ກະ­ຊວງແຜນ­ການ ແລະກະ­ຊວງຊັບພະ ຍາກອນທຳມະຊາດເອົາ­ໃຈ­ໃສ່ຕິດ­ຕາມ ບັນ­ດາໂຄງ­ການກໍ່­ສ້າງບັນ­ດາເຂື່ອນໄຟ ຟ້າ ແລະໂຄງ­ການຂຸດຄົ້ນບໍ່ແຮ່ທີ່ໄດ້ຮັບການອະ­ນຸ­ມັດແລ້ວ ແລະໂຄງ­ການທີ່ສະ­ເໜີ ໃໝ່ວ່າມີຄວາມຄືບໜ້າແນວ­ໃດ ແລະ ລັດ­ຖະ­ບານຈະມີຜົນໄດ້­ຜົນເສຍແນວ­ໃດ ຕໍ່ໂຄງ­ການສະ­ເໜີມາໃໝ່ແລ້ວໃຫ້ລາຍ ງານຄວາມຄືບໜ້າຕໍ່ລັດ­ຖະ­ບານຢ່າງ ເປັນປະ­ຈຳ. ໃຫ້ກະ­ຊວງສາ­ທາ­ລະ­ນະສຸກເອົາ­ໃຈ­ໃສ່ເຝົ້າລະ­ວັງ ແລະສະ­ກັດກັ້ນໂລກ­ລະ­ບາດເປັນ­ຕົ້ນພະ­ຍາດຖອກ­ທ້ອງ, ພະ­ຍາດໄຂ້­ເລືອດ­ອອກ, ໄຂ້­ທໍ­ລະ­ພິດ ແລະ ເອົາ­ໃຈ­ໃສ່ກວດ­ກາສານປົນເປື້ອນໃນອາ­ຫານ. ໃຫ້ກະ­ຊວງຍຸ­ຕິທຳເອົາ­ໃຈ­ໃສ່ ສົມ­ທົບກະ­ຊວງຕ່າງໆກະ­ກຽມໃຫ້ດີການສ້າງ ແລະປັບ­ປຸງຮ່າງກົດ­ໝາຍຈຳ­ນວນ ໜຶ່ງ ເພື່ອນຳສະ­ເໜີຜ່ານລັດ­ຖະ­ບານໃນເດືອນກໍ­ລະ­ກົດເພື່ອຈະໄດ້ນຳສະ­ເໜີຜ່ານກອງປະ­ຊຸມສະ­ໄໝສາ­ມັນຂອງສະ­ພາ ແຫ່ງຊາດໃນເດືອນຕຸ­ລາ 2016. ທັງໝົດນັ້ນທ່ານນາ­ຍົກກ່າວວ່າ: ແມ່ນວຽກງານສຳ­ຄັນ ພ້ອມທັງຮຽກ­ຮ້ອງໃຫ້ ພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ, ກຳມະກອນ, ນັກ­ຮຽນຮູ້ປັນ­ຍາຊົນ ແລະປະ­ຊາຊົນບັນ­ດາ­ເຜົ່າຈົ່ງເພີ່ມທະ­ວີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງລັດຖະບານ, ພ້ອມກັບລັດ­ຖະ­ບານສູ້ຊົນປະ­ຕິ­ບັດໜ້າ­ທີ່ປົກປັກຮັກ­ສາ ແລະພັດ­ທະ­ນາປະ ເທດຊາດເວົ້າສະ­ເພາະແມ່ນຕັ້ງ­ໜ້າເຂົ້າຮ່ວມປະ­ຕິ­ບັດມະ­ຕິກອງປະ­ຊຸມລັດຖະ ບານຄັ້ງນີ້ໃຫ້ປາ­ກົດຜົນເປັນຈິງຊຶ່ງລັດຖະບານເວ­ລາໃດກໍຖືເອົາຜົນປະ­ໂຫຍດ ຂອງປະ­ຊາ­ຊົນເປັນກົກ, ເປັນຈຸດ­ໝາຍເພື່ອຮັບໃຊ້. ສະ­ນັ້ນ, ຖ້າມີອັນໃດທີ່ຍັງບໍ່ທັນເຂົ້າ­ໃຈ ຫຼື ສົນ­ໃຈໃຫ້ຈິງໃຈຕໍ່ລັດຖະບານເພື່ອພິ­ຈາ­ລະ­ນາຕາມແຕ່ລະກໍລະນີຂໍໃຫ້ມີສະ­ຕິລະ­ວັງຕົວຕໍ່ກົນ­ອຸ­ບາຍແບ່ງແຍກຂອງພວກຄົນບໍ່ດີ
ນາ­ຍົກຊີ້ນຳ 10 ກະ­ຊວງຕ້ອງ ເພີ່ມທະ­ວີປະ­ຕິ­ບັດ ວຽກຢ່າງມີຄວາມ ຮັບ­ຜິດ­ຊອບສູງ Reviewed by pk on 5:55:00 PM Rating: 5

Contact Form

Name

Email *

Message *

Powered by Blogger.