ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ທີ່ ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບ


ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ທີ່ ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ທີ່ ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 3 ສິງຫານີ້ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ບັນດາທູດຕານຸທູດ ແລະ ຜູ້ຕາງຫນ້າອົງການຈັດຕັ້ງສາກົນຕ່າງຯ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ລັດຖະມົນຕີເສດຖະກິດອາຊຽນຈະສືບຕໍ່ປຶກສາຫາລືແລະຕິດຕາມກ່ຽວກັບບັນຫາຕ່າງຯ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 22 ທີ່ຈັດຂຶ້ນຢູ່ ແຂວງ ຊຽງໃຫມ່, ປະເທດໄທ ໃນເດືອນ ມີນາ 2016, ປຶກສາຫາລືແລະຮັບຮອງເອົາ 8 ແຜນງານບູລິມະສິດສຳລັບເສົ້າຄໍ້າເສດຖະກິດ, ບັນດາມາດຕະການສ້າງປະຊາຄົມເສດຖະກິດອາຊຽນ 2015, ວາງແຜນ ແລະ ກຳຫນົດທິດທາງການຈັດຕັ້ງປະຕິບັດແຜນງານເສດຖະກິດອາຊຽນ 2025. ນອກຈາກນີ້ ກອງປະຊຸມຈະໄດ້ປຶກສາຫາລືແລະຮັບຮອງເອົາເອກະສານສຳຄັນຂອງອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ ແລະ ທິດທາງການຮ່ວມມືກັນໃນຕໍ່ຫນ້າ. ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ເຖີງຜົນສຳເລັດຂອງອາຊຽນທີ່ສາມາດຮັກສາໄດ້ສະຖຽນລະພາບທາງດ້ານເສດຖະກິດ ເຮັດໃຫ້ເສດຖະກິດຂອງອາຊຽນເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຕໍ່ເນື່ອງ, ບໍລິມາດການຄ້າ, ການລົງທຶນແລະການທ່ອງທ່ຽວຂອງອາຊຽນມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ສິ່ງສຳຄັນແມ່ນການປະກາດສ້າງຕັ້ງປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ຜ່ານມາ ຊຶ່ງກາຍເປັນນິມິດຫມາຍທາງປະຫວັດສາດທີ່ສຳຄັນຂອງອາຊຽນໃນການບັນລຸເປົ້າຫມາຍວິໄສທັດ 2015 ຂອງຕົນ. ຄຽງຄູ່ກັນນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນເຖີງວຽກງານບາງດ້ານທີ່ກຳຫນົດໄວ້ໃນແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2015 ທີ່ອາຊຽນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມເປົ້າຫມາຍທີ່ວາງໄວ້ ໂດຍສະເພາະການສຸມໃສ່ເຈລະຈາເປີດຂະແຫນງບໍລິການໃຫ້ຄົບຕາມຈຳນວນທີ່ກຳຫນົດໄວ້ໃນສັນຍາການຄ້າດ້ານການບໍລິການອາ ຊຽນ, ການເລັ່ງປັບປຸງສັນຍາການຄ້າດ້ານການບໍລິການອາຊຽນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ, ໃນດ້ານການຄ້າ ອາຊຽນຕ້ອງສຸມໃສ່ບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍສະເພາະບັນຫາສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີ, ຂັ້ນຕອນການແຈ້ງພາສີ ແລະ ການສ້າງລະບຽບການພາຍໃນທີ່ບໍ່ອຳນວຍຕໍ່ການຄ້າ ແລະ ວຽກງານອື່ນຯ. ນອກຈາກນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ເອົາໃຈໃສ່ປຶກສາຫາລືຫລາຍບັນຫາສຳຄັນ ເປັນຕົ້ນ ການຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງານເສດຖະກິດອາຊຽນ 2025 ປະກົດຜົນເປັນຈິງ ໂດຍມີການກຳຫນົດກົນໄກ, ແຜນວຽກລະອຽດ, ລະບົບການປະສານງານ ແລະ ການຕິດຕາມປະເມີນຜົນຢ່າງເປັນລະບົບ, ສືບຕໍ່ສ້າງສິ່ງແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການດຳເນີນທຸລະກິດໃນອາຊຽນ ໂດຍສະເພາະການຫລຸດຜ່ອນແລະກ້າວໄປເຖີງການລົບລ້າງສິ່ງກີດຂວາງຕ່າງຯ ເພື່ອຮັບປະກັນໃຫ້ການດຳເນີນທຸລະກິດໃນອາຊຽນມີຄວາມສະ ດວກ ແລະ ມີຕົ້ນທຶນຕໍ່າ, ການຮັບປະກັນການຈັດຕັ້ງຜັນຂະຫຍາຍເນື້ອໃນຄຳຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງຂອງອາຊຽນ” ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 8 ແຜນງານບູລິມະສິດຂອງເສົາຄໍ້າເສດຖະກິດອາຊຽນໃນປີ 2016 ທີ່ຈະຮັບຮອງເອົາໃນກອງປະຊຸມຄັ້ງນີ້ໃຫ້ປະກົດຜົນເປັນຈິງ ແລະ ບັນຫາສຳຄັນອື່ນຯ. ສຳລັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ທີ່ ສປປ.ລາວ ຈະດຳເນີນໄປຮອດວັນທີ 6 ສິງຫາຈິ່ງຈະສຳເລັດ

[post_ad]




ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ທີ່ ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບ Reviewed by pk on 11:04:00 PM Rating: 5

Contact Form

Name

Email *

Message *

Powered by Blogger.