ຜົນຜະລິດ ປະຊາຊົນ 5 ບ້ານ ເມືອງຫົວເມືອງ ຖືກຕັກແຕນ ທຳລາຍກ້ຽງ
ຕາມການລາຍງານ ຈາກຫ້ອງການ ກະສິກຳ-ປ່າໄມ້ ເມືອງຫົວເມືອງ ແຂວງຫົວພັນ ໃຫ້ຮູ້ວ່າ: ປະຊາຊົນ 5 ກຸ່ມບ້ານ ຂອງເມືອງຫົວເມືອງ ຄື: ກຸ່ມບ້ານເມືອງອໍ້, ບ້ານສົບເລົ້າ, ບ້ານຄັ້ງຄາວ, ບ້ານໂພນໄຊ ແລະ ກຸ່ມບ້ານເມືອງເປິນ ໄດ້ຮັບຜົນກະທົບຢ່າງໜັກ ຈາກຝຸງຕັກແຕນ ໄມ້ປ່ອງທຳລາຍເນື້ອທີ່ ທຳການຜະລິດ ເສຍຫາຍ 369 ກວ່າເຮັກຕາ, ມີ 17 ບ້ານ, 200 ກວ່າຄອບຄົວ. ໃນນີ້ມີ 5 ບ້ານທີ່ຖືກ ຝຸງຕັກແຕນໄມ້ປ່ອງ ກັດກິນຕົ້ນເຂົ້າ, ຕົ້ນສາລີ ເຮັດໃຫ້ເນື້ອທີ່ ທຳການຜະລິດ ເສຍຫາຍ 100% ຄື: ບ້ານສົ້ນຂົວ ເນື້ອທີ່ໄຮ່ເຂົ້າ ເສຍຫາຍ 26 ເຮັກຕາ, ໄຮ່ສາລີ 3,3 ເຮັກຕາ; ບ້ານໂຮງອ້ອຍ ເຂົ້າໄຮ່ 55,7 ເຮັກຕາ; ບ້ານໂຮມພັນ ເຂົ້າໄຮ່ 1,7 ເຮັກຕາ; ບ້ານນ້ຳປ້ອງ ໄຮ່ສາລີ 6 ເຮັກຕາ ແລະ ບ້ານຫົວຊຽງ ໄຮ່ສາລີ 8 ເຮັກຕາ.
ຕໍ່ກັບສະພາບການດັ່ງກ່າວ, ທາງການນຳເມືອງ ກໍຄືຫ້ອງການ ກະສິກຳ-ປ່າໄມ້ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນຕ່າງໆ ນຳເອົາຢາຂ້າຕັກແຕນ ລົງແຈກຢາຍ ໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ພ້ອມທັງ ແນະນຳວິທີການນຳໃຊ້ ຢ່າງລະອຽດ. ພ້ອມທັງ ເຝົ້າຕິດຕາມການລະບາດ ຂອງຝຸງຕັກແຕນ ໄມ້ປ່ອງເປັນປົກກະຕິ ເມື່ອພົບເຫັນ ລະບາດຢູ່ຂົງເຂດໃດ ຕ້ອງໄດ້ແກ້ໄຂ ໃຫ້ທັນການເພື່ອຈຳກັດບໍ່ໃຫ້ຂະຫຍາຍວົງກວ້າງ ອອກສູ່ເຂດອື່ນ[post_ad]
ຕໍ່ກັບສະພາບການດັ່ງກ່າວ, ທາງການນຳເມືອງ ກໍຄືຫ້ອງການ ກະສິກຳ-ປ່າໄມ້ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນຕ່າງໆ ນຳເອົາຢາຂ້າຕັກແຕນ ລົງແຈກຢາຍ ໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ພ້ອມທັງ ແນະນຳວິທີການນຳໃຊ້ ຢ່າງລະອຽດ. ພ້ອມທັງ ເຝົ້າຕິດຕາມການລະບາດ ຂອງຝຸງຕັກແຕນ ໄມ້ປ່ອງເປັນປົກກະຕິ ເມື່ອພົບເຫັນ ລະບາດຢູ່ຂົງເຂດໃດ ຕ້ອງໄດ້ແກ້ໄຂ ໃຫ້ທັນການເພື່ອຈຳກັດບໍ່ໃຫ້ຂະຫຍາຍວົງກວ້າງ ອອກສູ່ເຂດອື່ນ[post_ad]
ຜົນຜະລິດ ປະຊາຊົນ 5 ບ້ານ ເມືອງຫົວເມືອງ ຖືກຕັກແຕນ ທຳລາຍກ້ຽງ
Reviewed by makarow
on
4:47:00 AM
Rating:
Reviewed by makarow
on
4:47:00 AM
Rating:


