ຂ່າວດ່ວນ

ຂ່າວອື່ນໆ

random

ກົມອຸຕຸນິຍົມ ເຕືອນພະຍຸໝູນເຂດຮ້ອນ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໄດ້​ແຈ້ງ ​ສະພາບ​ອາກາດວ່າ: ພະຍຸ​​ເຂດ​ຮ້ອນ ນິດາ (Nida) ຫົວ​ທີ 4 ປະຈຳ​ປີ 2016 ​ ​ໃນ​ເວລາ 13 ​ໂມງ ຂອງ​ວັນ​ທີ 1 ສິງຫາ, ມີ​ສູນ​ກາງ​ ເສັ້ນຂະໜານ 21,3 ອົງສາ ​ເໜືອ ​ແລະ ​ເສັ້ນ​ແວງ 11,4 ອົງສາ ຕາ​ເວັນ​ອອກ, ພວມ​ເຄື່ອນທີ່ ​ໄປ​ຍັງ​ທາງ​ ທິດ​ຕາ​ເວັນ​ຕົກ ​ຕາ​ເວັນ​ຕົກ​ສຽງ​ເໜືອ ດ້ວຍ​ຄວາມ​ໄວ 30 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ພະຍຸ​ຫົວ​ນີ້​ ຈະ​ເຄື່ອນ​ທີ່ຂຶ້ນ​ຝັ່ງ​ຕອນ​ໃຕ້ ຂອງ​ປະ​ເທດ​ຈີນ​ ໃນ ​ວັນ​ທີ 1-2 ສິງຫາ 2016 ​ເຊິ່ງຈະ​ເຮັດ​ໃຫ້ ຝົນຕົກ​ຟ້າຮ້ອງ-​ຟ້າ​ເຫລື້ອມ ພ້ອມ​ມີ​ລົມ​ພັດ​ແຮງ ຢູ່​ທ້ອງ​ຖິ່ນ ບັນດາ​ແຂວງ​ພາກ​ເໜືອ ຫາ​ພາກ​ກາງ ​ແລະ ພາກ​ໃຕ້​ຂອງ​ລວ ​ໃນ​​ໄລຍະ 1 ຫາ 2 ວັນ​ຕໍ່ໜ້າ ​ໂດຍ​ສະ​ເພາະ ​ແຂວງ​ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ​ໄຊ, ຫລວງ​ນ້ຳ​ທາ, ​ໄຊ​ຍະ​ບູລີ , ​ແຂວງ​ວຽງ​ຈັນ, ​ໄຊ​ສົມບູນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ ​ເຊ​ກອງ.

ດັ່ງ​ນັ້ນ
, ຈຶ່ງ​ແຈ້ງ​ເຕືອນ​ມາ​ຍັງ ​ພໍ່-​ແມ່ ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ ​ທຸກ​ພາກສ່ວນ ຈົ່ງ​ມີ​ສະຕິ​ ຕໍ່​ສະພາບຝົນຕົກໜັກ, ລົມ​ພັດ​ແຮງ ​ເຊິ່ງຈະ​ມີ​ນ້ຳປ່າ​ ໄຫລ​ຊຸ​ແຮງ, ນ້ຳ​ຖ້ວມ​ຂັງ, ດິນ​ເຈື່ອນ ພ້ອມ​ນີ້ ​ໃຫ້​ຕິດຕາມ​ ຂ່າວ​ອາກາດ ຈາກ​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ເປັນ​ປະຈຳ .[post_ad]
ກົມອຸຕຸນິຍົມ ເຕືອນພະຍຸໝູນເຂດຮ້ອນ Reviewed by makarow on 4:35:00 AM Rating: 5

Contact Form

Name

Email *

Message *

Powered by Blogger.