ເກົາຫລີເໜືອຍິງຂີປະນາວຸດຮອບໃໝ່ອາເມລິກາຂູ່ຕອບໂຕ້
ຄະນະເສນາທິການຮ່ວມກອງທັບເກົາຫລີໃຕ້ເຜີຍວ່າເກົາຫລີເໜືອທົດສອບຍິງຂີປະນາວຸດພິໄສກາງຮອບໃໝ່ (3 ສິງຫາ) ບໍລິເວນນ່ານນໍ້າທະເລຝັ່ຕາເວັນອອກຂອງເກົາຫລີເໜືອ ໂດຍຄາດວ່າເປັນການຍິງຂີປະນາວຸດໂຣດອງ ຊຶ່ງຍິງໄດ້ໄກກ່ວາ 1,000 ກມ ແລະບົ່ງຊີ້ວ່າເກົາຫລີເໜືອມີຄວາມຄິດທີ່ຈະໂຈມຕີປະເທດເພື່ອນບ້ານ
ດ້ານໂຄສົກກະຊວງການຕ່າງປະເທດອາເມລິກາ ອອກຖະແຫລງການປະນາມຂັ້ນຮຸນແຮງຕໍ່ການຍິງຂີປະນາວຸດຂອງເກົາຫລີເໜືອ ພ້ອມລະບຸວ່າອາເມລິກາກຽມພ້ອມທີ່ຈະຕອບໂຕ້ການຍົ່ວຍຸຂອງເກົາຫລີເໜືອ ແລະພ້ອມທີ່ຈະປົກປ້ອງຕົນເອງແລະພັນທະມິດຈາກການໂຈມຕີທີ່ອາດເກີດຂື້ນໃນອານາຄົດດ້ວຍ
ຂະະທີ່ສື່ເກົາຫລີໃຕ້ພົບເບາະແສວ່າເກົາຫລີເໜືອອາດກຳລັງກຽມການທົດສອບອາວຸດນິວເຄຣຍຮອບໃໝ່
[post_ad]
ເກົາຫລີເໜືອຍິງຂີປະນາວຸດຮອບໃໝ່ອາເມລິກາຂູ່ຕອບໂຕ້
Reviewed by pk
on
8:37:00 PM
Rating:
Reviewed by pk
on
8:37:00 PM
Rating:


