ຕາດຄອນແກ້ວ (ແຂວງຄໍາມ່ວນ).
ຕາດຄອນແກ້ວ:
ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານຄອນແກ້ວ, ເມືອງຫີນບູນ
ຂຶ້ນລົດຕາມເສັ້ນທາງເລກທີ່ 13 ໃຕ້. ຫາງຈາກ ຕົວເມືອງ 18 ກິໂລແມັດ
ເໜາະສຳລັບກິນເຂົ້າປ່າ ແລະ ຫຼິ້ນນ້ຳ ທີ່ມີຄວາມມ່ວນຊື່ນ
ນິຍົມຊົມຊອບໃນການລອຍຫຼິ້ນ. ວັງນ້ຳເລິກ 5 ແມັດ. ລັກສະ ນະຂອງຕາດນີ້
ມີນ້ຳຕົກສອງລະດັບຈາກສອງຈຸດຕ່າງກັນປະມານ 100-150 ແມັດ.
ຈຸດທີ່ 1:
ເປັນຄູຫີນຕັນນ້ຳຄອນແກ້ວ, ຍາວປະມານ 40–50 ແມັດ, ສັນແກ້ງສູງປະມານ 3 ແມັດ
(ລວງສູງຂອງນ້ຳຕົກຕາດໃນເດືອນພະຈິກ-ມິຖຸນາ) ກວ້າງປະມານ 3-4 ແມັດ, ເລິກປະມານ 7
ແມັດ, ນ້ຳຢູ່ວັງນີ້ເປັນສີຟ້າໃສ. ຫ່າງຈາກຈຸດທີ່ໜຶ່ງ
ຂຶ້ນໄປຕາມສາຍນ້ຳຄອນແກ້ວປະມານ 30 ແມັດ, ກໍ່ຈະມີວັງນ້ຳເລິກປະມານ 8 ແມັດ
ທັງສອງວັງນ້ຳເປັນວັງທີ່ມີປາຫລາຍ,
ສ່ວນວັງທີ່ຢູ່ຕໍ່ໜ້າຕາດນັ້ນເປັນວັງສະຫງວນ.
ຈຸດທີ່ 2:
ຫ່າງຈາກຈຸດທີໜຶ່ງລົງມາປະມານ 100 -150 ແມັດ,
ເປັນແກ້ງຫີນຍາວຕະຫຼອດຈົນຮອດຈຸດນ້ຳຕົກຕາດຄອນແກ້ວ, ຈຸດທີ່ສອງເປັນ
ນ້ຳຕົກແບ່ງອອກເປັນ 3 ແງ່ ແລະ ຍັງມີປ່າໄຄ້ປະດັບເພີ່ມຄວາມສວຍງາມຂຶ້ນຕື່ມ.
ຕາດຄອນແກ້ວ ຫຼື ບ້ານຄອນແກ້ວເອີ້ນຕາມຕຳນານນິທານວ່າ:
ໄກ່ແກ້ວຂອງພະຍາມານອນຄອນຢູ່ບໍລິເວນນັ້ນ.
ດັ່ງນັ້ນ ຈະເອີ້ນໃຫ້ຖືກຕາມຕຳນານດັ່ງກ່າວກໍ່ແມ່ນວ່າ: ບ້ານຄອນໄກ່ແກ້ວ, ຕາດຄອນແກ້ວນ້ຳຄອນແກ້ວໄຫຼຕົກໃສ່ນ້ຳປະກັນ.
[post_ad]