ຂ່າວດ່ວນ

ຂ່າວອື່ນໆ

random

ພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ຕາມຄວາມຕ້ອງການ

ພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ຕາມຄວາມຕ້ອງການ
ກອງ​ປະຊຸມ​ຄັ້ງ​ທີ V ຄະນະກຳມາ​ທິ​ການ​ແຫ່ງ​ຊາດ ເພື່ອການ​ພັດທະນາ​ຊັບພະຍາກອນມະນຸດ (​ຄຊພຊ) ຈັດ​ຂຶ້ນ​ວັນ​ທີ 27 ທັນວາ 2016 ທີໂຮງແຮມລ້ານ​ຊ້າງ ເປັນ​ປະທານ​ຂອງ​ທ່ານນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ກະຊວງ​ສຶກ​ສາ​ທິການ ແລະ ກີລາ ປະທານ​ກຳມາ​ທິ​ການ​ແຫ່ງ​ຊາດ ເພື່ອ​ພັດ​ທະນາ​ຊັບພະຍາກອນ​ມະນຸດ.
ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ກ່າວ​ວ່າ: ເພື່ອ​ເປັນ​ການຄົ້ນຄວ້າ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ແລະ ປະຕິບັດ​ຍຸດ​ທະສາດ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ​ແຫ່ງ​ຊາດ ຮອດ​ປີ 2015 ໂດຍ​ສະເພາະແມ່ນ​ແຜນປະຕິບັດ​ງານ​ຊັບພະຍາກອນ​ມະນຸດ​ໄລຍະ 5 ປີ (2016-2020) ແລະ ແຜນ​ແຕ່​ລະ​ປີ​ໃຫ້​ລະອຽດຊັດ​ເຈນ ສາມາດ​ປະຕິບັດ​ໄດ້ ເຊິ່ງແຜນການ​ດັ່ງກ່າວ​ ຕ້ອງ​ໄດ້​ອີງໃສ່ສະພາບ​ບັນຫານິຕິ​ກຳ​ທີ່​ມີ​ແລ້ວ ຕ້ອງ​ກວມ​ເອົາ​ທຸກ​ຂະແໜງການ ພ້ອມ​ທັງ​ກຳນົດ​ວ່າ​ແຕ່​ລະ​ຂະແໜງ​ການ​ຕ້ອງ​ມີ​ພະນັກງານ​ວິຊາ​ການ​ດ້ານ​ໃດ ລະດັບ​ໃດ ຈຳນວນ​ເທົ່າໃດ ແລະ ຕ້ອງ​ເລີ່ມສ້າງ​ແຕ່​ດຽວນີ້ຮອດ 2-5 ປີ​ຕໍ່ໜ້າ ຕ້ອງ​ໃຫ້​ໄດ້​ພະນັກງານ​ທີ່ຕ້ອງການ​ຕາມ​ແຜນທີ່​ວາງ​ໄວ້.
ນອກຈາກ​ນີ້ ກອງ​ປະຊຸມ​ຍັງຮັບ​ຟັງ​ການ​ສະເໜີ​ຄວາມ​ຄືບ​ໜ້າ ການ​ປັບປຸງ​ໂຄງ​ສ້າງ​ດ້ານ​ບຸກ​ຄະລາ​ກອນ​ກ່ຽວ​ກັບ ​ຄຊພຊ ແລະ ຄະນະ​ປະສານ​ງານ​ຊຸດ​ໃໝ່ ປຶກສາ​ຫາລື​ກ່ຽວ​ກັບ​ການ​ແຕ່ງຕັ້ງ​ຄະນະ​ປະສານ​ງານ​ວຽກ​ງານ ​ການພັດທະນາ​ຊັບພະຍາກອນ​ມະນຸດຂັ້ນ​ນະຄອນຫຼວງ ຂັ້ນ​ແຂວງ ຍຸດທະ​ສາດ​ການ​ພັດທະນາ​ຊັບ​ພະຍາ​ກອນ​ມະນຸດ​ແຫ່ງ​ຊາດ ຮອດ​ປີ 2025 ຄວາມ​ຄືບ​ໜ້າ​ຂອງ​ການກະກຽມ​ການຈັດຕັ້ງ​ປະຕິບັດ​ຍຸດທະ​ສາດ ແລະ ແຜນ​ໃນຕໍ່ໜ້າ ບົດ​ສະເໜີ​ກ່ຽວ​ກັບ​ການ​ສ້າງ​ບຸກຄະລາ​ກອນ​ຜ່ານ​ມາ ທັງ​ພາຍ​ໃນ ແລະ ຕ່າງປະເທດ​ຂອງ​ວຽກ​ງານຊັ້ນ​ສູງ ອາຊີວະ​ສຶກ​ສາ ແລະ ອື່ນໆ.(ຫນັງສືພິມວຽງຈັນໃຫ່ມ)

ພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ຕາມຄວາມຕ້ອງການ Reviewed by makarow on 12:37:00 AM Rating: 5

Contact Form

Name

Email *

Message *

Powered by Blogger.