ຂ່າວດ່ວນ

ຂ່າວອື່ນໆ

random

ການນຳເລີ່ມສົ່ງລົດທີ່ມີລາຄາແພງຄືນໃຫ້ລັດ


  ໃນວັນພຸດຜ່ານມານີ້ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງລົດລາຄາແພງຍີຫໍ້ບີເອັມດັບເບີນຢູ (BMW) 7 Series ຄືນໃຫ້ລັດພາຍຫຼັງທີ່ ການນຳລະດັບສູງຂອງປະເທດໄດ້ຕົກ ລົງເຫັນດີເປັນເອກະພາບນໍາກັນຕໍ່ການທີ່ຈະບໍ່ນຳໃຊ້ລົດທີ່ມີລາຄາແພງອີກຕໍ່ໄປ ເພື່ອເປັນການຫຼຸດ ຜ່ອນຄວາມຟູມເຟືອຍຂະນະທີ່ທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍຈະສົ່ງລົດຍີຫໍ້ລຸ້ນດຽວກັນຄືນໃຫ້ລັດໃນໄວໆນີ້ເຊັ່ນກັນ.
            ຕາມການລາຍງານຈາກຫ້ອງການຮັບຜິດຊອບພາຫານະຂອງລັດສນັກງານນາຍົກລັດ ຖະ
ມົນຕີໃຫ້ຮູ້ວ່າ: ການສົ່ງຄືນລົດລາຄາແພງຂອງບັນດາການນຳຄັ້ງນີ້ ແມ່ນສືບເນື່ອງມາຈາກມີການປັບປຸງດຳລັດນາຍົກລັດຖະມົນຕີໃນວັນທີ 5 ມັງກອນ 2017 ວ່າດ້ວຍການສະໜອງ ແລະ ຄຸ້ມຄອງພາຫານະສຳລັບການນຳລະດັບສູງ. ດຳລັດສະບັບປັງປຸງດັ່ງກ່າວໄດ້ມີການຕັດຮອນຄ່າໃຊ້ຈ່າຍໃນການຈັດຊື້ພາຫານະຄ່ານໍ້າມັນເຊື້ອໄຟ ແລະ ການສ້ອມແປງລົງພ້ອມທັງໄດ້ຕັດລົດປະເພດທີ່ມີລາຄາແພງອອກຈາກລາຍການລົດທີ່ລະບຸໄວ້ສຳລັບການນຳ ເຊັ່ນ: ບີເອັມດັບເບີນຢູ (BMW) ແລະ ເມີຊີເດດເບນ (Mercedes-Benz). 
  ພະນັກງານຫ້ອງການດັ່ງກ່າວ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແມ່ນໄດ້ສົ່ງລົດ BMW ຂອງເພີ່ນຄືນໃຫ້ລັດໃນວັນທີ 17 ມັງກອນນີ້ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍຈະສົ່ງລົດຂອງເພີ່ນຄືນເຊັ່ນກັນ. 
     ັດຈຸບັນທ່ານນາຍົກລັດຖະມົນຕີແມ່ນຂີ່ລົດຍີຫໍ້ໂຕໂຍຕາແຄມຣີ (TOYOTA CAMRY) 2.5 ແລະ ທ່ານປະທານປະເທດກໍຈະນຳໃຊ້ລົດລຸ້ນ ດຽວກັນໄປກ່ອນຈົນກ່ວາການຈັດຊື້ລົດໂຕໂຍຕາແຄມຣີ 3.5 ເຊດານ (Camry 3.5 Sedans) ຈະສຳເລັດ.
          ສໍາລັບລົດ BMW ແລະ Mercedes-Benz ທີ່ສົ່ງຄືນນັ້ນຈະໄດ້ມີການປະມູນຂາຍ ຫລື ປ່ຽນກັບລົດທີ່ລາຄາຖືກຮກວ່າ ເຊັ່ນ: ໂຕໂຢຕ້າເມີຊີເດດສເບນເອັສ-ຄລາສ (S-Class Mer cedes-Benz) ຈຳນວນ 15 ຄັນ ແລະ ເມີຊີເດດສເບນ ອີ-ຄລາສ (E-Class Mercedes-Benz) ອີກຈໍານວນ 
21 ຄັນ ທີ່ເຄີຍໄດ້ນຳໃຊ້ເຂົ້າໃນວຽກງານຂອງພາກລັດ ເຊັ່ນ: ຮັບໃຊ້ແຂກຕ່າງປະເທດ ແລະ ບາງສ່ວນແມ່ນໄດ້ມອບໃຫ້ການນຳລະດັບສູງນຳໃຊ້ໃນນີ້ຈະຍັງຄົງຮັກສາລົດຍີຫໍ້ເມີຊີເດດສເບນ (S-Class Mercedes-Benz) ໄວ້ພຽງຈໍານວນ 10 ຄັນເພື່ອຮັບໃຊ້ເຂົ້າໃນວຽກງານຂອງລັດສ່ວນລົດທີ່ເຫລືອແມ່ນຈະຂາຍ. ນອກນີ້ຍັງມີລົດຍີຫໍ້ BMW 7 Series ຈຳນວນ 11 ຄັນທີ່ນຳໃຊ້ໂດຍກໍາມະການກົມການເມືອງສູນກາງພັກຊຸດປະຈຸບັນ 6 ທ່ານ ແລະ ອາດິດກໍາມະການກົມການເມືອງສູນກາງພັກ 5 ທ່ານທີ່ບຳນານແລ້ວ ແລະ ບໍ່ທັນຮູ້ຈະແຈ້ງວ່າອາດິດກໍາມະການກົມການເມືອງສູນກາງພັກ 5 ທ່ານຈະສົ່ງລົດຄືນຫຼືບໍ່.    
           ດລັດສະບັບປັບປຸງໄດ້ແບ່ງການປະກອບລົດປະຈໍາຕໍາແໜ່ງໃຫ້ການນໍາອອກເປັນ 4 ລະດັບຄື: ລະດັບກໍາມະການກົມການເມືອງສູນກາງພັກຈະໄດ້ຮັບພາຫະນະ 3 ປະເພດຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 3.500 ຊີຊີລົດຈີບ (ແລນຄລູເຊີ) ຄວາມແຮງບໍ່ເກີນ 4.500 ຊີຊີ ແລະ ລົດກະບະໜຶ່ງຄັນລະດັບ ເລຂາທິການສູນກາງພັກຮອງປະທານປະເທດຮອງປະທານສະພາແຫ່ງຊາດຮອງນາຍົກລັດຖະມົນຕີຈະໄດ້ຮັບພາຫານະ 2 ຄັນຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 3.000 ຊີຊີ ແລະ ລົດຈີບ (ແລນຄູສເຊີ) ຄວາມແຮງບໍ່ເກີນ 4.500 ຊີຊີລະດັບກຳມະການສູນກາງພັກລັດຖະ ມົນຕີປະທານກຳມາທິການສະພາປະທານສານປະຊາຊົນສູງສຸດໄອຍະການປະຊາຊົນສູງສຸດເຈົ້າແຂວງແມ່ນຈະໄດ້ຮັບພາຫານະ 2 ຄັນຄື: ລົດເກັງທີ່ມີຄວາມແຮງຈັກບໍ່ເກີນ 2.500 ຊີຊີ ແລະ ລົດກະບະທີ່ມີຄວາມແຮງບໍ່ເກີນ 2.500 ຊີຊີ ແລະ ລະດັບຮອງລັດຖະມົນຕີຮອງປະທານກຳມາທິການສະພາຮອງປະທານສານປະຊາຊົນສູງສຸດຮອງປະທານໄອຍະການປະຊາຊົນສູງສຸດຮອງເຈົ້າແຂວງ ຈະໄດ້ຮັບພາຫະນະໜຶ່ງຄັນທີ່ມີຄວາມແຮງບໍ່ເກີນ 2.000 ຊີຊີ. 

           ຫ້ອງການຮັບຜິດຊອບພາຫະນະຂອງລັດ ໃຫ້ຮູ້ອີກວ່າ: ລົດຍີຫໍ້ແຄມຣີ 3.5 ເຊດານ ຈະໄດ້ຊື້ສຳລັບການນຳລະດັບ 1 ແລະ 2ສ່ວນລະດັບ 3 ແລະ 4 ຈະໄດ້ຮັບແຄມຣີ 2.5 ແລະ 2.0 ຕາມລຳດັບ. ນອກຈາກນີ້ແຕ່ລະກະຊວງ ແລະ ອົງການທຽບເທົ່າແມ່ນຈະໄດ້ຮັບປະເພດລົດຈີບຈຳນວນ 3 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານທາງການຂອງລັດເທົ່ານັ້ນສ່ວນການນໍາລະດັບ 3 ແລະ 4 ຈະບໍ່ໄດ້ຮັບປະເພດລົດຈີບສ່ວນຕົວພ້ອມກັນນີ້ລົດທີ່ມອບໃຫ້ການນຳຜ່ານມາ ນອກຈາກຈຳນວນທີ່ດຳລັດສະບັບນີ້ໄດ້ລະບຸໄວ້ແມ່ນຈະໄດ້ສົ່ງຄືນລັດ ແລະ ການນຳທີ່ຖືກສັບປ່ຽນໜ້າທີ່ຕຳແໜ່ງໃໝ່ໃນລະດັບເທົ່າເດີມແມ່ນໃຫ້ສືບຕໍ່ນຳໃຊ້ລົດທີ່ມອບໃຫ້ແລ້ວນັ້ນສໍາລັບການນຳທີ່ຖືກສັບປ່ຽນໄປຮັບໜ້າທີ່ໃໝ່ໃນລະດັບຕ່າງຈາກເດີມແມ່ນຈະໄດ້ຮັບພາຫານະທີ່ເໝາະສົມກັບໜ້າທີ່ໃໝ່ ແລະ ຕ້ອງໄດ້ຮັກສາພາຫະນະໄວ້ບ່ອນເຮັດວຽກເກົ່າຂອງຕົນ. ນອກຈາກນີ້ພະນັກງານທີ່ບຳນານຕ້ອງໄດ້ສົ່ງພາຫະນະຮັບໃຊ້ຄືນໃຫ້ລັດແຕ່ເຖິງຢ່າງໃດກໍ່ດີສໍາລັບການນຳລະດັບ 2 ແລະ 3 ລົດຈີບ ແລະ ລົດກະບະອາດມອບໃຫ້ເປັນຂອງຂວັນ ຫຼືໃຫ້ຊື້ເອົາໃນລາຄາຫລຸດລົງ ອີງຕາມການຕົກລົງຂອງການນຳຂັ້ນສູງສ່ວນການນຳລະດັບທີ 4 ຈະບໍ່ໄດ້ຮັບພາຫະນະພາຍຫຼັງທີ່ບຳນານ. ດຳລັດສະບັບນີ້ຍັງລະບຸອີກວ່າ: ການນໍາລະດັບ 1 ຈະໄດ້ຮັບນໍ້າມັນເຊື້ອໄຟຈຳນວນ 500 ລິດລະດັບ2 ຈໍານວນ 350 ລິດລະດັບ3 ຈໍານວນ 300 ລິດ ແລະ ລະດັບ4 ຈໍານວນ 200 ລິດຕໍ່ເດືອນ. ສ່ວນນະໂຍບາຍລົດຕຳແໜ່ງສຳລັບພະນັກງານການນຳລະດັບຕໍ່າກ່ວາລະດັບ 4 ແມ່ນຈະໄດ້ຮ່າງໃນລະບຽບການອີກຕ່າງຫາກ.
ການນຳເລີ່ມສົ່ງລົດທີ່ມີລາຄາແພງຄືນໃຫ້ລັດ Reviewed by makarow on 10:44:00 PM Rating: 5

Contact Form

Name

Email *

Message *

Powered by Blogger.