ຂ່າວດ່ວນ

ຂ່າວອື່ນໆ

random

ພັນລະຍາປະທານປະເທດມອບຂອງຂວັນໃຫ້ແກ່ກອງທັບເນື່ອງໃນໂອກາດວັນສ້າງຕັ້ງຄົບຮອບ 68 ປີ


ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງ ກອນ 1949 - 20 ມັງກອນ 2017)ໃນວັນທີ 16 ມັງກອນນີ້ທ່ານປ້າ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆເຊັ່ນ: ເຂົ້າສານປ໋ອງປານໍ້າປາແປ້ງນົວໝີ່ສຳເລັດຮູບສະບູຝຸ່ນຢາສູບປຶ້ມອ່ານ ລວມມູນຄ່າ 35,6 
ລ້ານກີບ ແລະ ເງິນສົດ 110 ລ້ານກີບ ໄປເປັນຂອງຂວັນໃຫ້ແກ່ກອງທັບປະຊາຊົນລາວຊຶ່ງກ່າວຮັບໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດໃນໂອກາດນີ້ ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກຄະນະບັນຊາພະນັກງານ-ນັກຮົບໃນທົ່ວກອງທັບສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງມາຍັງພັນລະຍາປະທານປະເທດເຊິ່ງເວລາໃດເພີ່ນກໍມີຄວາມເປັນ ຫ່ວງເປັນໄຍໃຫ້ການອູ້ມຊູຊ່ວຍເຫຼືອແກ່ກອງທັບຕະຫຼອດມາ ແລະ ອວຍພອນໃຫ້ປ້າ ແລະ ຄອບຄົວລູກຫຼານຈົ່ງມີສຸຂະພາບແຂງແຮງສືບຕໍ່ຊີ້ນຳນຳພາຊ່ວຍເຫຼືອກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດລ້ອນພັນທະໜ້າທີ່ຂອງຕົນຊຶ່ງຂອງຂັວນດັ່ງກ່າວ ທາງກະຊວງປ້ອງກັນປະເທດ ຈະນຳແຈກຢາຍໃຫ້ພະນັກງານ-ນັກຮົບຜູ້ຢູ່ເຂດຫ່າງໄກສອກຫລີກທຸລະກັນດານໄດ້ນຳໃຊ້ໃຫ້ເກີດປະໂຫຍດ.
ພັນລະຍາປະທານປະເທດມອບຂອງຂວັນໃຫ້ແກ່ກອງທັບເນື່ອງໃນໂອກາດວັນສ້າງຕັ້ງຄົບຮອບ 68 ປີ Reviewed by makarow on 10:37:00 PM Rating: 5

Contact Form

Name

Email *

Message *

Powered by Blogger.