ຂ່າວດ່ວນ

ຂ່າວອື່ນໆ

random

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານນັກຮົບຜູ້ເສຍອົງຄະ



ເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຂອງພັກ - ລັດຖະບານ ທີ່ມີຕໍ່ພະນັກງານ ປະຕິວັດອາວຸໂສພະນັກງານເສຍອົງຄະທີ່ໄດ້ອຸທິດຕົນ ເພື່ອພາລະກິດ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ສະນັ້ນ,ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ (20 ມັງກອນ 1949 - 20 ມັງກອນ 2017) ຄົບຮອບ 68 ປີນີ້ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງໄປຢ້ຽມຢາມພົບປະໂອ້ລົມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສສູນເສຍອົງຄະ ຄະນະພິເສດ 790ສູນພັດທະນາ 489ໂຮງງານຜະລິດອົງຄະທຽມ ແລະ ຟື້ນ
ຟູສະມັດຖະພາບ 686ເມື່ອວັນທີ 18 ມັງກອນນີ້ຢູ່ບ້ານໄຮ່,ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ພັກ - ລັດຖະບານ ກ່າວສະແດງຄວາມຢື້ຢາມຖາມຂ່າວຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍຂອງພັກ - ລັດຖະບານມາຍັງບັນດາພະນັກງານປະຕິວັດອາວຸໂສ ບຳນານເສຍອົງຄະພິການຕະຫຼອດຮອດຄອບຄົວຂອງເຂົາເຈົ້າເນື່ອງໃນວັນສ້າງ ຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີໂດຍທ່ານາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະນຳຕະຫຼອດຮອດພະນັກງານບຳນານເສຍອົງຄະ ແລະ ພິການ ພາຍໃນສູນດັ່ງກ່າວຈົ່ງເຊີດຊູນ້ຳໃຈປະຕິວັດຮັກຊາດ ແລະ ເຊີດຊູມູນເຊື້ອຄວາມສາມັກຄີອັນເປັນປຶກ ແຜ່ນຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງຂອງພັກ-ລັດ ມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບ ແລະ ສິ່ງສຳຄັນຂໍໃຫ້ປ້າລຸງ,ອາວອາ ແລະ ເພື່ອນມິດສະຫາຍສືບຕໍ່ ມູນເຊື້ອອັນດີງາມເປັນແບບຢ່າງທີ່ດີໃຫ້ລູກ ຫຼານ ສຶກສາອົບຮົມການເມືອງແນວຄິດໃຫ້ເຂົ້າເຈົ້າເປັນພົນລະເມືອງທີ່ດີຂອງຊາດເຂົ້າຮ່ວມໃນການພັດທະນາເສດຖະກິດ - ສັງຄົມຂອງຊາດໃຫ້ເຂັ້ມແຂງ. ຈາກນັ້ນ ທ່ານນາຍົກລັດຖະມົນຕີຍັງໄດ້ຖືໂອກາດນີ້ ອວຍພອນບັນດາພະນັກງານ ປະຕິວັດບຳນານເສຍອົງຄະ ແລະ ພິການລຸງປ້າອາວອາເພື່ອນມິດສະຫາຍຈົ່ງມີສຸຂະພາບແຂງແຮງມີຄວາມສຸກກາຍສະບາຍໃຈພ້ອມກັນພັດທະນາຕົນເອງຄອບຄົວ ແລະ ປະເທດຊາດໃຫ້ອຸດົມຮັ່ງມີເຂັ້ມແຂງຂຶ້ນໄປເລື້ອຍໆ ແລະ ເພື່ອເປັນການ ສະແດງເຖິງຄວາມຮູ້ບຸນຄຸນ ແລະ ເປັນຫ່ວງເປັນໃຍໃນໂອ ກາດສຳຄັນນີ້ທ່ານນາຍົກລັດຖະມົນຕີຍັງໄດ້ນຳເອົາເງິນ ແລະ ວັດຖຸປັດໃຈຈຳນວນໜຶ່ງ ມອບໃຫ້ແກ່ 3 ສູນເສຍອົງຄະດັ່ງກ່າວ ລວມມູນຄ່າ 190 ລ້ານກີບ.
ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານນັກຮົບຜູ້ເສຍອົງຄະ Reviewed by makarow on 10:35:00 PM Rating: 5

Contact Form

Name

Email *

Message *

Powered by Blogger.