ຮອງນາຍົກລັດຖະມົນຕີຢ້ຽມຢາມກອງພົນທະຫານຮາບທີ 3
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 3 ທີ່ເມືອງຮຸນ ແຂວງອຸດົມໄຊ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງຄະນະນຳ, ນາຍ ແລະ ພົນທະຫານກອງພົນດັ່ງກ່າວ.
ໃນໂອກາດນີ້, ທ່ານ ພັນເອກ ບຸນເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນໄດ້ລາຍງານໂດຍຫຍໍ້ກ່ຽວກັບບົດບາດໜ້າທີ່ສຳຄັນຂອງກອງພົນທະຫານຮາບທີ 3 ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ
1981, ປະຈຸບັນ ມີ 2 ກອງພັນໃຫ່ຍຄື:ກອງພັນໃຫ່ຍ 301 ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ແລະ ກອງພັນໃຫ່ຍ 302 ຢູ່ເມືອງຜາອຸດົມ ແຂວງ ບໍ່ແກ້ວ ມີກອງພັນນ້ອຍຂຶ້ນກັບທັງໝົດ 15 ກອງ ພັນ, ຊຶ່ງມີໜ້າທີ່ຕົ້ນຕໍເປັນກຳລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດຮັບຜິດຊອບ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ແລະ ນອກນັ້ນຍັງຮັບຜິດຊອບໃນ 4 ເມືອງ ຂອງແຂວງໄຊຍະບູລີ
ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນທະ ຫານທີ່ໄດ້ພ້ອມກັນສຸມທຸກກຳລັງ ແລະ ເປັນຈິດໜຶ່ງໃຈດ່ຽວໃນການປະກອບສວ່ນເຮັດຫຼອ້ນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ນັ້ນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄດ້ຮັບຜົນສຳເລັດໂດຍດີຕະຫລອດມາ ແລະ ອວຍພອນໃຫ້ນາຍ ແລະ ພົນທະຫານຈົ່ງພ້ອມກັນສືບຕໍ່ສ້າງຜົນງານໃຫ້ໃຫ່ຍຫຼວງກວ່າເກົ່າ, ເອົາໃຈໃສ່ຂະຫຍາຍຮັກສາມູນເຊຶ້ອຂອງກອງທັບໃຫ້ໜັກແໜ້ນ ແລະ ສືບຕໍ່ຫັນລົງກໍ່ສ້າງຮາກຖານຕິດພັນກັບພໍ່ແມ່ປະຊາຊົນໃຫ້ເປັນປົກກະຕິ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ວາງອອກໄດ້ຢ່າງເລິກເຊິ່ງ.
ໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ມອບເຄື່ອງຮັບໃຊ້ຫ້ອງການ, ເຄື່ອງນຸ່ງກິລາ ແລະ ເງີນຈຳນວນ 60 ລ້ານກີບໃຫ້ກອງພົນດັ່ງກ່າວເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ.
ຮອງນາຍົກລັດຖະມົນຕີຢ້ຽມຢາມກອງພົນທະຫານຮາບທີ 3
Reviewed by makarow
on
10:29:00 PM
Rating:
Reviewed by makarow
on
10:29:00 PM
Rating:


