3 ອົງການຈັດຕັ້ງມະຫາຊົນ ກະຊວງ ຮສສ ອວຍພອນ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 68 ປີ
3ມະຫາຊົນ ກະຊວງ ຮສສ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ. ຕ່າງໜ້າ 3 ອົງການຈັດຕັ້ງໃນວັນທີ 17 ມັງກອນ 2017 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ.
ໃນໂອກາດນີ້ ທ່ານ ສອນໄຊ ໃບຍະວົງ ຮອງກົມກວດກາ ແລະ ຕ່າງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮສສ ພ້ອມຄະນະ ຂື້ນກາ່ວ: ຂໍອວຍພອນໄຊ ອັນປະເສີດ ໃຫ້ ຄະນະພັກ-ຄະນະນຳ ກະຊວງ ປ້ອງກັນປະເທດ, ຕະຫລອດຮອດນາຍ ແລະ ພົນທະຫານ ໃນທົ່ວກອງທັບ ປະຊາຊົນລາວ ເຖິ່ງກຳລັງປ້ອງກັນຊາດ, ພະນັກງານປະຕິວັດອາວຸໂສ ບຳນານທີ່ໄດ້ມີຜົນງານ ແລະ ຄຸນງາມຄວາມດີ, ກອງທັບປະຊາຊົນລາວ. ໃນຕະຫລອດໄລຍະທີ່ຜ່ານມາ, ພ້ອມທັງໄດ້ຕັ້ງໜ້າ ໃນການພັດທະນາກອງທັບໃຫ້ໜັກແໜ້ນເຂັ້ມແຂງ ເປັນກ້າວໆມາຄື ດັ່ງທຸກມື້ນີ້, ທັງໝົດນັ້ນລ້ວນແຕ່ ແມ່ນການປະກອບສ່ວນອັນໃຫຍ່ຫລວງ ,ເຮັດສຳເລັດໜ້າທີ່ຂອງຕົນທີ່ພັກ-ລັດ ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.
ໃນໂອກາດດັ່ງກ່າວ 3 ອົງການຈັດຕັ້ງມະຫາຊົນ ກະຊວງ ຮສສ ໄດ້ມອບເຄື່ອງອຸປະໂພກ ລວມມີ: ແຟັບ 6000 ຖົງ, ສະບູ 120 ແຟັກ, ຢາສະຜົມ 240 ແຟັກ, ຢາສີຟັນ 216 ແຟັກ ແລະ ເກີບມ້າດາວ 192 ຄູ່ ລວມມູນຄ່າທັງໝົດ 15 ລ້ານກວ່າກີບ.
( ເພັດສະໄໝ )
3 ອົງການຈັດຕັ້ງມະຫາຊົນ ກະຊວງ ຮສສ ອວຍພອນ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 68 ປີ
Reviewed by makarow
on
8:48:00 PM
Rating:
Reviewed by makarow
on
8:48:00 PM
Rating:


