ຫາລືວິຊາການ ແລະ ທົບທວນການປະຕິບັດວຽກປະສານງານ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ
ສູນຂໍ້ມູນຂ່າວສານທາງດ້ານການຄ້າ
ກະຊວງອຸສາຫະກໍາ ແລະການຄ້າ ໄດ້ຈັດປະຊຸມຫາລືວິຊາການ ແລະ
ທົບທວນການປະຕິບັດວຽກປະສານງານສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ໃນໄລຍະ 10
ເດືອນ ຂອງປີ 2016 ທີ່ຜ່ານມາ ແລະ ວາງທິດທາງແຜນການປີ 2017
ຂຶ້ນໃນຕອນເຊົ້າວັນທີ 18 ມັງກອນ 2017 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ
ບານສະຕີ ເທບພະວົງ ຫົວໜ້າກົມການນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາ ແລະການຄ້າ
ມີຄະນະກໍາມະການຈຸດປະສານງານ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ.ລາວ ແລະ
ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານຫົວໜ້າກົມການນໍາເຂົ້າ-ສົ່ງອອກ
ໄດ້ກ່າວວ່າ ກອງປະຊຸມຈຸດປະສານງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຫຼື LTP (
LAO PDR Trad Portal) ໃນຄັ້ງນີ້ເປັນຄັ້ງທີ 3 ພາຍຫຼັງຈັດການປະຊຸມ 2
ຄັ້ງຜ່ານມາໃນປີ 2016 ເຊິ່ງໃນດ້ານຫຼັກການແລ້ວ ທີມງານ LTP
ຕ້ອງມີການປະຊຸມຢ່າງໜ້ອຍສອງຄັ້ງຕໍ່ປີ ແລະ ຄັ້ງທີ 2
ຜ່ານມາໄດ້ຈັດຂຶ້ນໃນລະຫວ່າງວັນທີ 02-03 ມີນາ 2016
ໂດຍມີຂະແໜງການກ່ຽວຂ້ອງຈາກຈຸດປະສານງານ LTP ຫຼື Pocal Point
ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງປະຊຸມໃນຄັ້ງກ່ອນແມ່ນໄດ້ທົບທວນຜົນສໍາເລັດ ແລະ
ໝາກຜົນທີ່ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ.ລາວ ຍາດມາໄດ້
ທັງລາຍງານໂດຍຫຽໍ້ກ່ຽວກັບບັນຫາຂໍ້ຫຽຸ້ງຍາກຂອງການປະສານງານລະຫວ່າງ ຈຸດປະສານງານ
LTP ກັບທີມງານບໍລິຫານ LTP.
ຜ່ານການປະສານສົມທົບດັ່ງກ່າວ
ເຮັດໃຫ້ສູນຂ້ໍມູນຂ່າວສານທາງດ້ານການຄ້າ ມີຂໍ້ມູນທີ່ຫຼາກຫຼາຍ ແລະ
ຄົບຖ້ວນພໍສົມຄວນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງທັງພາຍໃນ ແລະ ສາກົນ
ສິ່ງທີ່ພົ້ນເດັ່ນແມ່ນ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ.ລາວ
ໄດ້ຮັບລາງວັນ 2016 ASCIO Award
ໃນປະເພດລາງວັນເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນຈາກລັດຖະບານ (Digital
Government Award) ເຊິ່ງເປັນການຍ້ອງຍໍຂອງລັດຖະບານລາວ
ທີ່ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານເພື່ອເພີ່ມຄວາມໂປ່ງໃສ ແລະ
ອໍານວຍຄວາມສະດວກໃຫ້ທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ.
ເຖິງຢ່າງໃດກໍຕາມ
ເພື່ອສືບຕໍ່ຮັກສາມາດຕະຖານ ແລະ ຄວາມຍືນຍົງຂອງສູນຂ່າວສານທາງດ້ານການຄ້າ ຂອງ
ສປປ.ລາວ ຈິ່ງມີຄວາມຈໍາເປັນໃນການປັບປຸງແກ້ໄຂຂໍ້ຫຽຸ້ງຍາກຕ່າງໆ
ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ
ສໍາລັບກອງປະຊຸມໃນຄັ້ງນີ້ແມ່ນລົງເລິກນໍາສະເໜີບັນດາໝາກຜົນ ຫຼື
ຜົນສໍາເລັດທີ່ຍາດໄດ້ໃນ 10 ເດືອນທີ່ຜ່ານມາ
ພ້ອມທັງປຶກສາຫາລືວິທີການແກ້ໄຂຂໍ້ຄົງຄ້າງຂອງການປະສານງານ ແລະ
ປຶກສາຫາລືສາເຫດທີ່ເຮັດໃຫ້ການນໍາໃຊ້ອີເມວ (LTP Email) ແລະ ກະດານສົນທະນາ (LTP
Forum) ທີ່ຍັງບໍ່ເປັນປົກກະຕິ ຫຼື ບໍ່ມີການນໍາໃຊ້
ເພື່ອເຮັດແນວໃດໃຫ້ຈຸດປະສານງານ LTP
ຫັນມານໍາໃຊ້ເຄື່ອງມືເຂົ້າໃນວຽກງານສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ມີປະສິດທິຜົນ
ແລະ ເປັນປົກກະຕິຂຶ້ນເທື່ອລະກ້າວ.
ຂ່າວ/ພາບ: ເທບພະວົງ
ຫາລືວິຊາການ ແລະ ທົບທວນການປະຕິບັດວຽກປະສານງານ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ
Reviewed by makarow
on
6:49:00 PM
Rating:


