ລົງທຶນພັດທະນາສູນການຄ້າປາກຊັນໃໝ່
ຕະຫຼາດປາກຊັນ
ທີ່ຕັ້ງຢູ່ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ
ກຳລັງໄດ້ຮັບການພັດທະນາໃຫ້ເປັນສູນການຄ້າປາກຊັນໃໝ່
ທີ່ມີຄວາມສວຍງາມ ທັນສະໄໝ ເປັນສູນລວມແຫ່ງການຄ້າ-ຂາຍ ແລະ
ປະກອບມີຫຼາຍກິດຈະການທີ່ສາມາດຕອບສະໜອງຄວາມຕ້ອງການ
ສຳລັບການພັດທະນາເສດຖະກິດ-ສັງຄົມຂອງເມືອງປາກຊັນ
ກໍ່ຄືແຂວງບໍລິຄຳໄຊ ໂດຍສະເພາະ ສູນການຄ້າທີ່ໄດ້ມາດຕະຖານ
ສະຖານທີ່ຈັດກອງປະຊຸມ ສະຖາບັນການເງິນ ຮ້ານຄ້າວັດຖຸມີຄ່າ ຮ້ານອາຫານ
ຮ້ານຂາຍເຄື່ອງທົ່ວໄປ ແລະ ມີສະຖານທີ່ຈອດລົດກວ້າງຂວາງ
ພ້ອມທັງສິ່ງອຳນວຍຄວາມສະດວກຄົບຊຸດລວມຢູ່ຈຸດດຽວ.ທ່ານ ຫັດສະດີ ທີລະກຸນ ປະທານບໍລິສັດ ຂະຍຸງຄຳ ສູນການຄ້າປາກຊັນໃໝ່ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວໃນພິທີວາງສີລາລຶກ ໂຄງການກໍ່ສ້າງສູນການຄ້າປາກຊັນໃໝ່ ໃນອາທິດຜ່ານມາ ວ່າ: ບໍລິສັດ ຂະຍຸງຄຳ ສູນການຄ້າປາກຊັນໃໝ່ຂາອອກ-ຂາເຂົ້າ ຈຳກັດ ໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາສູນການຄ້າປາກຊັນໃໝ່ ເນື້ອທີ່ 33.124 ຕາແມັດ ໃນນີ້ ຈະສ້າງອາຄານສູນການຄ້າ 1 ຫຼັງ ຂະໜາດ 52x102 ແມັດ 5 ຊັ້ນ ຊັ້ນທີ 1 ເປັນບ່ອນຈອດລົດບັນຈຸໄດ້ 500 ກວ່າຄັນ ຊັ້ນ 2 ຮ້ານຂາຍເຄື່ອງທົ່ວໄປ ຊັ້ນ 3 ຮ້ານຂາຍຄຳ ແລະ ເຄື່ອງປະດັບ ຊັ້ນ 4 ຮ້ານຂາຍຜ້າໄໝ ຊັ້ນ 5 ຫ້ອງປະຊຸມ ແລະ ຈັດງານລ້ຽງ ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນປີ 2016 ແລະ ຈະສຳເລັດພາຍໃນປີ 2019 ເຊິ່ງແບ່ງເປັນ 3 ໄລຍະ ຜ່ານມາໄດ້ສຳເລັດໄລຍະທຳອິດຄື: ຮື້ຖອນສິ່ງກີດຂວາງ ແລະ ກໍ່ສ້າງພື້ນທີ່ຄ້າຂາຍຊົ່ວຄາວ ປັດຈຸບັນ ເລີ່ມກໍ່ສ້າງໄລຍະ 2 ຄື ການກໍ່ສ້າງສູນການຄ້າ ສ່ວນໄລຍະ 3 ຈະປັບປຸງຕະຫຼາດສົດ ຄິວລົດໂດຍສານ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດ ມູນຄ່າການລົງທຶນ 30 ລ້ານໂດລາສະຫະລັດ ຫຼື ປະມານ 240 ຕື້ກີບ ອາຍຸສຳປະທານ 60 ປີ.
ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ຈະເປັນໂຄງການໜຶ່ງທີ່ຈະຍູ້ແຮງການພັດທະນາຂອງແຂວງບໍລິຄຳໄຊ ແມ່ນວິທີດຶງດູດເອົາການລົງທຶນພາກເອກະຊົນ ເຂົ້າມາມີສ່ວນຮ່ວມໃນການພັດທະນາ ທັງເປັນການຕອບສະໜອງຄວາມຄອງຄອຍຂອງປະຊາຊົນ ທີ່ຢາກມີສະຖານທີ່ຊື້-ຂາຍ ແລະ ສະຖານທີ່ບໍລິການທີ່ທັນສະໄໝ ເມື່ອໂຄງການສຳເລັດ ຈະເປັນສະຖານທີ່ຮອງຮັບການບໍລິການແລກປ່ຽນສິນຄ້າ ທີ່ສາມາດດຶງດູດຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາດຳເນີນທຸລະກິດຄ້າ-ຂາຍ ຢູ່ແຂວງບໍລິຄຳໄຊຫຼາຍຂຶ້ນ ທັງເປັນການສ້າງພື້ນຖານລາຍຮັບເພີ່ມຂຶ້ນໃຫ້ແຂວງ ໂດຍສະເພາະ ການປະຕິບັດພັນທະອາກອນຕ່າງໆ.
ເຂົ້າຮ່ວມພິທີວາງສີລາລຶກ ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານນາງ ປານີ ທີລະກຸນ ປະທານກຸ່ມບໍລິສັດ ຂະຍຸງຄຳ ທີລະກຸນ ພ້ອມດ້ວຍການນຳແຂວງ ນັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ. (ຫນັງສືພິມວຽງຈັນໃຫ່ມ)
ລົງທຶນພັດທະນາສູນການຄ້າປາກຊັນໃໝ່
Reviewed by makarow
on
6:35:00 PM
Rating:

