ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ
ເນື່ອງໃນໂອກາດສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20/1/1949-20/1/2017)
ວັນທີ 18 ມັງກອນ 2017 ນີ້ ທ່ານພົນຕີ ສຸວອນ ເລືອງບຸນມີ
ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ
ໄດ້ນຳເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນທ່ານ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ
ທີ່ຫ້ອງວ່າການສູນກາງພັກ (ຫຼັກ 6).ທ່ານພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ຄະນະພັກ ຄະນະນຳ ນາຍ ແລະ ພົນທະຫານ ກຳລັງປະກອບອາວຸດ ກອງທັບປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມອວຍພອນອັນປະເສີດ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ ມາຍັງທ່ານ ບຸນຍັງ ວໍລະຈິດ ຈົ່ງມີສຸຂະພາບແຂງແຮງ ອາຍຸໝັ້ນຂວັນຍືນ ເປັນຮົ່ມໂພຮົ່ມໄຊ ແລະ ສືບຕໍ່ຊີ້ທິດເຍືອງທາງໃຫ້ກຳລັງປະກອບອາວຸດກອງທັບປະຊາຊົນລາວ ໃນການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ກ້າວໜ້າຍິ່ງໆຂຶ້ນ.
ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຝາກຄວາມເປັນຫ່ວງເປັນໃຍ ແລະ ຄຳຢ້ຽມຢາມຖາມຂ່າວບັນດາສະຫາຍນາຍ ແລະ ພົນທະຫານໃນທົ່ວກອງທັບ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໃຫ້ມີຄວາມໝາຍໜັກແໜ້ນ ມີຄວາມສະຫງົບ ແລະ ປອດໄພຮອບດ້ານ ແລະ ກຳນົດເອົາວັນສຳຄັນດັ່ງກ່າວ ເປັນການແຂ່ງຂັນກັນສ້າງຜົນງານປັບປຸງກົມກອງ ສ້າງກອງທັບໃຫ້ເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ ເປັນຫຼັກແຫຼ່ງໃນການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ເຮັດສຳເລັດໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍ. (ຫນັງສືພິມວຽງຈັນໃຫ່ມ)
ຄະນະນຳກະຊວງປ້ອງກັນປະເທດ ເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ
Reviewed by makarow
on
2:20:00 AM
Rating:

