ຂ່າວດ່ວນ

ຂ່າວອື່ນໆ

random

ວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່


          ພິທີວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ທີ່ບ້ານດົງໝາກຄາຍເມືອງໄຊທານີ ນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ.
          ທ່ານລັດຖະມົນຕີກະຊວງແຮງງານ ກ່າວວ່າ: ປັດຈຸບັນອາຄານກະຊວງຫລັງເກົ່າມີຄວາມແອອັດຄັບແຄບ ແລະ ເກົ່າແກ່ຊຸດໂຊມເນື່ອງຈາກສ້າງມາເປັນເວລາ
55 ປີແລ້ວຈຶ່ງມີຄວາມຈຳເປັນຕ້ອງກໍ່ສ້າງອາຄານຫລັງໃໝ່ທີ່ທັນສະໄໝ ແລະ ກ້ວາງຂວາງກວ່າເກົ່າ ເພື່ອຮອງຮັບກັບຄວາມຮຽກ ຮ້ອງຕ້ອງການ. ອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່ນີ້ສູງ 5 ຊັ້ນມີເນື້ອ ທີ່ 4 ເຮັກຕາ,ລວມມູນຕ່າກໍ່ສ້າງປະມານ 97 ຕື້ກີບໂດຍແມ່ນບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ບໍລິການຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໃນກຳນົດເວລາ 24 ເດືອນ.
ວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່ Reviewed by makarow on 10:16:00 PM Rating: 5

Contact Form

Name

Email *

Message *

Powered by Blogger.