ປີນີ້ຕ້ອງການແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ 500 ຄົນ
ທ່ານ
ຄຳແສນ ໄຊຍະວົງ ຫົວໜ້າສູນບໍລິການຈັດຫາງານກະຊວງແຮງງານ ແລະ
ສະຫວັດດີການ-ສັງຄົມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວັນທີ 23 ມັງກອນ 2017
ວ່າ: ລັດຖະບານ ສປປ ລາວ ໄດ້ເຊັນສັນຍາກັບລັດຖະບານ ສ ເກົາຫຼີ
ໃນການຮ່ວມມືຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ສະນັ້ນ ໃນປີ
2017
ເຊິ່ງເປັນປີທຳອິດທີ່ຈະໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ
ເກົາຫຼີ ປີນີ້ຄາດວ່າຈະຮັບແຮງງານລາວໄປເຮັດວຽກຢູ່ປະເທດດັ່ງກ່າວ
ຈຳນວນ 500 ຄົນ.ສະນັ້ນ ຈຶ່ງຂໍແຈ້ງມາຍັງນັກສຶກສາຈົບໃໝ່ ແລະ ຜູ້ທີ່ສົນໃຈໄປເຮັດວຽກຢູ່ ສ ເກົາຫຼີ ອາຍຸລະຫວ່າງ 18-39 ປີ ສາມາດມາລົງທະບຽນສອບເສັງໄດ້ທີ່ສູນບໍລິການຈັດຫາງານ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ສຳລັບການສອບເສັງຄັດເລືອກແມ່ນຈະມີຂຶ້ນໃນເດືອນມີນາ 2017 ຈັດຂຶ້ນທີ່ສະຖາບັນ ລາວ-ເກົາຫຼີ ສຳລັບຜູ້ທີ່ມາລົງທະບຽນສອບເສັງນັ້ນ ແມ່ນໃຫ້ກະກຽມຮຽນພາສາເກົາຫຼີຂັ້ນພື້ນຖານ ຫຼື ມາຕິດຕໍ່ເອົາປື້ມແບບຮຽນພາສາເກົາຫຼີໄດ້ທີ່ສູນດັ່ງກ່າວ.
ສຳລັບໜ້າວຽກທີ່ຈະໄປເຮັດໃນ ສ ເກົາຫຼີ ນັ້ນແມ່ນເຮັດວຽກຢູ່ໂຮງງານຂະໜາດນ້ອຍ ຂະແໜງກະສິກຳ ປູກຝັງ ແລະ ລ້ຽງສັດ ແຮງງານລາວຜູ້ທີ່ຈະໄປເຮັດວຽກຢູ່ ສ ເກົາຫຼີ ແມ່ນຮັບຜິດຊອບຄ່າລົງທະບຽນ ຄ່າສະໝັກງານ ຄ່າສອບເສັງ ຄ່າເຮັດປັດສະປອດ ຄ່າກວດສຸຂະພາບ ຄ່າວິຊາ ແລະ ຄ່າອື່ນໆ ທີ່ຈຳເປັນຈຳນວນໜຶ່ງ.
ປີນີ້ຕ້ອງການແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ 500 ຄົນ
Reviewed by makarow
on
7:18:00 PM
Rating:

