ຫັດຖະກຳປັກດິ້ງ ພົບບັນຫາຍ້ອນມີສິນຄ້າລອກຮຽນແບບ
ຜະລິດຕະພັນຫັດຖະກຳປັກດິ້ງ
ທີ່ຜະລິດຈາກສີໄມ້ລາຍມືອັນປານີດຂອງປະຊາຊົນບັນດາເຜົ່າ
ຈາກເມື່ອກ່ອນຕະຫຼາດຈຳໜ່າຍໄປໄດ້ດີ ແຕ່ຕົກມາສອງປີມານີ້
ຍອດຈຳໜ່າຍຫຼຸດລົງຍ້ອນມີສິນຄ້າລອກຮຽນແບບ
ທີ່ນຳເຂົ້າຈາກຕ່າງປະເທດມາຈຳໜ່າຍຂາຍຢູ່ຕະຫຼາດນະຄອນຫຼວງວຽງຈັນທີ່ລາຄາຖືກ
ກວ່າຫຼາຍ 10 ທົບ ເຈົ້າຂອງຜະລິດຕະພັນຮຽກຮ້ອງມາຍັງພາກລັດ
ກໍ່ຄືພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂ
ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນເຮົາ
ໃຫ້ຢູ່ຄຽງຄູ່ກັບສັງຄົມລາວຕະຫຼອດໄປ.ທ່ານນາງ ສົມຈັນ ມິດທິຍະພອນ ເຈົ້າຂອງຫັດຖະກຳປັກດິ້ງ ແລະ ຊ້ານ້ຳກ້ຽງ ຢູ່ບ້ານມະໂນ ເມືອງ ແລະ ແຂວງຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນນີ້ວ່າ: ກ່ອນຈະກ້າວສູ່ອາຊີບຫັດຖະກຳທີ່ມີຊື່ສຽງທຸກວັນນີ້ ເບື້ອງຕົ້ນເປັນພຽງແຕ່ຜູ້ຂາຍຜະລິດຕະພັນໃຫ້ຄົນອື່ນເທົ່ານັ້ນ ຈາກປະສົບການບວກໃສ່ຄວາມມັກຮັກອາຊີບນີ້ ຈຶ່ງໄດ້ຕັດສິນໃຈມາເຮັດຫັດຖະກຳຊ້ານ້ຳກ້ຽງ ໃນປີ 1991-1993 ແຕ່ພາຍຫຼັງເຮັດຂຶ້ນມາພົບບັນຫາຕະຫຼາດໄປບໍ່ໄດ້ດີຈຶ່ງໄດ້ຢຸດເຊົາຊົ່ວຄາວ ແລະ ປີ 2014 ໄດ້ກັບມາເຮັດຄືນອີກ ສ່ວນຫັດຖະກຳປັກດິ້ງເຄື່ອງຊາວວັງໄດ້ເລີ່ມເຮັດມາແຕ່ປີ 2005 ເປັນຕົ້ນມາ ເພື່ອຮັກສາອະນຸລັກຫັດຖະກຳປັກດິ້ງນີ້ ໄວ້ໃຫ້ຢູ່ຍາວນານຮອດເຊັ່ນລູກເຊັ່ນຫຼານ ດ້ວຍນຳໃຊ້ວັດຖຸດິບພາຍໃນ ແລະ ຕ່າງປະເທດມາປະສົມປະສານດ້ວຍສີໄມ້ລາຍມືອັນປານີດ ເຮັດໃຫ້ຜະລິດຕະພັນທີ່ຜະລິດອອກມາເປັນທີ່ຍອມຮັບຂອງສັງຄົມ ກໍ່ຄືຜູ້ຊົມໃຊ້ ເນື່ອງຈາກປັກດິ້ງແມ່ນເປັນຜະລິດຕະພັນທີ່ປະກອບໃສ່ເຄື່ອງນຸ່ງຫົ່ມຂອງເອື້ອຍນ້ອງແມ່ຍິງລາວ ໂດຍສະເພາະແມ່ນຊຸດແພໄໝມ້ອນ ແລະ ຊຸດແຕ່ງງານທີ່ພວກເຮົາເຫັນຢູ່ຄໍເສື້ອທີ່ມີຂອບສວຍງາມ ຜ່ານການດຳເນີນເຫັນວ່າ ກິດຈະການແບບຄອບຄົວໄປໄດ້ດີພໍສົມຄວນ ມີຕະຫຼາດກວ້າງຂວາງນອກຈາກຈຳໜ່າຍຢູ່ພາຍໃນແຂວງຫຼວງພະບາງແລ້ວ ຍັງມີຕະຫຼາດຢູ່ຫຼາຍແຂວງ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ຈຳປາສັກ ອຸດົມໄຊ ໄຊຍະບູລີ ແລະ ແຂວງຊຽງຂວາງ ເຊິ່ງການດຳເນີນກິດຈະການໄດ້ຊຸກຍູ້ສົ່ງເສີມປະຊາຊົນຫຼາຍບ້ານ ຢູ່ແຂວງຫຼວງພະບາງ ປະມານ 100 ຄົນ ເປັນຜູ້ຜະລິດ ແລະ ເຮັດໃຫ້ເຂົາເຈົ້າມີລາຍຮັບເດືອນໜຶ່ງ ປະມານ 3-4 ລ້ານກີບຕໍ່ຄົນ ແຕ່ປະຈຸບັນ ຍອດຂາຍຫຼຸດລົງ 30% ນັບແຕ່ປີ 2014 ເປັນຕົ້ນມາເນື່ອງ ຈາກວ່າມີພໍ່ຄ້າຕ່າງປະເທດ ໄດ້ນຳເອົາສິນຄ້າລອກຮຽນແບບທີ່ລາຄາຖືກ ແລະ ບໍ່ມີຄຸນະພາບມາຈຳໜ່າຍຂາຍຢູ່ຕະຫຼາດນະຄອນຫຼວງວຽງຈັນ ເຮັດໃຫ້ຜູ້ຊົມໃຊ້ຫັນໄປໃຊ້ສິນຄ້າລອກຮຽນແບບທີ່ລາຄາຖືກ ແຕ່ບໍ່ຄຳນຶງເຖິງຄຸນະພາບ ອັນໄດ້ເຮັດໃຫ້ມີຜົນກະທົບຕໍ່ຜະລິດຕະພັນພາຍໃນເຮົາ. (ຫນັງສືພິມລາວພັດທະນາ)
ຫັດຖະກຳປັກດິ້ງ ພົບບັນຫາຍ້ອນມີສິນຄ້າລອກຮຽນແບບ
Reviewed by makarow
on
5:17:00 PM
Rating:

