ທລຍ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ
ຄະນະພັດທະນາຊົນນະບົດ
ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ກອງທຶນຫຼຸດຜ່ອນຄວາມທຸກຍາກ
ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້
ຈັດກອງປະຊຸມສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ ສະໄໝສາມັນ ຄັ້ງທີ
22 ຂຶ້ນວັນທີ 31 ມັງກອນ 2017 ທີ່ໂຮງແຮມດອນຈັນພາເລດ
ໂດຍເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ທັງເປັນປະທານສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ
ມີບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ ຮອງເຈົ້າແຂວງ
ຄະນະສະພາບໍລິຫານກອງທຶນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ກອງປະຊຸມໄດ້ສະຫຼຸບຕີລາຄາ ຜົນໄດ້ຮັບຂອງວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກໄລຍະ 2 ແຕ່ປີ 2012-2016 ແລະ ແຜນການໄລຍະ 3 ແຕ່ປີ 2017-2019 ພິຈາລະນາຮັບຮອງເອົາການແຕ່ງຕັ້ງສະພາບໍລິຫານກອງທຶນໄລຍະ 3 ແລະ ບັນຫາອື່ນໆ ເຊິ່ງກອງທຶນຫຼຸດຜ່ອນຄວາມທຸກຍາກ 2 ໄດ້ຈັດຕັ້ງປະຕິບັດຢູ່ 10 ແຂວງ ກວມເອົາ 42 ເມືອງທຸກຍາກ 278 ກຸ່ມບ້ານ ແລະ 1.951 ບ້ານ ມູນຄ່າ 80,75 ລ້ານໂດລາສະຫະລັດ ຫຼື ປະມານ 650 ຕື້ກີບ ແລະ ມີມູນຄ່າການລົງທຶນທັງໝົດ 65,7 ລ້ານໂດລາ ຫຼື ປະມານ 520 ຕື້ກີບ ໃນນັ້ນ ເປັນທຶນລັດຖະບານ ສົມທົບ 10 ລ້ານໂດລາ ຫຼື ປະມານ 80 ຕື້ກີບ ທຶນຊ່ວຍເຫຼືອລ້າຈາກທະນາຄານໂລກ 25 ລ້ານໂດລາ ຫຼື ປະມານ 200 ຕື້ກີບ ຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ (SDC) 13,66 ລ້ານໂດລາ ຫຼື ປະມານ 106 ຕື້ກີບ ແລະ ຈາກກອງທຶນສາກົນ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງອົດສະຕຣາລີ 17,5 ລ້ານໂດລາ ຫຼື ປະມານ 130 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກເປັນໄລຍະ 4 ປີ ທັງນີ້ ເພື່ອປັບປຸງການເຂົ້າເຖິງ ແລະ ການຊົມໃຊ້ພື້ນຖານໂຄງລ່າງຂັ້ນພື້ນຖານ ແລະ ການບໍລິການຕ່າງໆຂອງຊຸມຊົນທຸກຍາກໃນເຂດຊົນນະບົດ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຊຸມຊົນ ແລະ ຮັບປະກັນຄວາມຍືນຍົງ.
ສຳລັບການຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ມີ 10 ແຂວງ 43 ເມືອງ 263 ກຸ່ມບ້ານ ແລະ 1.800 ບ້ານ ມູນຄ່າ 54 ລ້ານໂດລາ ຫຼື ປະມານ 420 ຕື້ກີບ ເຊິ່ງກອງທຶນປະກອບດ້ວຍ 4 ອົງປະກອບ ທີ່ໄດ້ຈັດສັນງົບປະມານໃຫ້ຄື: ສ້າງພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການວາງແຜນ ກວມເອົາງົບປະມານ 73,30% ການສ້າງຄວາມເຂັ້ມແຂງໃຫ້ກັບອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນ 9,20% ວຽກງານການຄຸ້ມຄອງ ແລະ ບໍລິຫານໂຄງການ 15% ແລະ ວຽກງານປັບປຸງຊີວິດການເປັນຢູ່ 2,50% ສະເພາະເງິນຂອງທະນາຄານໂລກເທົ່ານັ້ນ 30 ລ້ານໂດລາ ຫຼື ປະມານ 240 ຕື້ກີບ ທັງນີ້ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນໃນເຂດຊົນນະບົດທີ່ທຸກຍາກດີຂຶ້ນ ແລະ ສ້າງຄວາມເຂັ້ມແຂງ ສະໜັບສະໜູນການປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານ. (ຫນັງສືພິມວຽງຈັນໃຫ່ມ)
ທລຍ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ
Reviewed by makarow
on
5:21:00 PM
Rating:

