ຂ່າວດ່ວນ

ຂ່າວອື່ນໆ

random

ຣັດ​ເຊຍ-ສ ອາ​ເມ​ຣິ​ກາ ເຫັນ​ດີ​ແກ້​ໄຂ​ການ​ພົວ­ພັນ​ລະ­ຫວ່າງ​ສອງ​ຝ່າຍ


ຣັດ​ເຊຍ-ສ ອາ​ເມ​ຣິ​ກາ ເຫັນ​ດີ​ແກ້​ໄຂ​ການ​ພົວ­ພັນ​ລະ­ຫວ່າງ​ສອງ​ຝ່າຍ ວັງ​ແກຣມ​ແລັງ ແຈ້ງ​ໃຫ້​ຮູ້​ວ່າ ໃນ​ການ​ເຈລະ­ຈາ​ຜ່ານ​ທາງ​ໂທລະ​ສັບ ແກ່­ຍາວ​ເປັນ​ເວ­ລາ 1 ຊົ່ວ­ໂມງ ເມື່ອ​ວັນ​ທີ 28 ມັງ­ກອນນັ້ນ ປະ­ທາ­ນາ­ທິ­ບໍ­ດີ​ຣັດ​ເຊຍ ວາລາ​ດີ​ເມຍ ປູ​ຕິນ ແລະ ປະ​ທາ​ນາທິ​ບໍ­ດີ ສ ອາ​ເມ​ຣິ​ກາ ໂດ​ນາ​ລ ທຣັມ ໄດ້​ເຫັນ​ດີ​ເປັນເອ­ກະ­ສັນ​ກັນ ໃນ​ການ​ກັບ​ມາ​ສ້າງ​ການ​ພົວ­ພັນແບບ​ສອງ​ຝ່າຍ ລວມ​ເຖິງ​ການຮ່ວມ​ມື​ຢູ່​ໃນ​ຊີ​ຣີ.
ຖະ­ແຫຼງ­ການ​ຂອງວັງ​ແກຣມແລັງ ເວົ້າ​ວ່າ ໃນ​ການ​ເຈລະ­ຈາຜ່ານ​ທາງ​ໂທລະ­ສັບ​ເປັນ​ເທື່ອ​ທຳອິດ ​ລະ­ຫວ່າງ​ຜູ້­ນຳ​ທັງ​ສອງ ນັບແຕ່​ທ່ານ ທຣັມ ເຂົ້າ​ຮັບ​ຕຳ­ແໜ່ງເປັນ­ຕົ້ນ​ມາ​ນັ້ນ “ສອງ​ຝ່າຍ​ໄດ້​ສະແດງ​ອອກ​ເຖິງ​ຄວາມ​ພ້ອມ​ໃນການ​ປະ­ສານຄວາມ​ເປັນ​ເຈົ້າການ ເພື່ອ​ໃຫ້­ການ​ຮ່ວມ​ມື​ລະຫວ່າງ ຣັດ​ເຊຍ-ສ ອາ​ເມ​ຣິ​ກາ ມີ​ຄວາມ​ໝັ້ນ­ຄົງ ແລະ ພັດ­ທະ­ນາ”.
ໃນ​ຂະ­ນະ​ດຽວ​ກັນ ທຳ​ນຽບຂາວ ກໍ່​ມີ​ຖະ­ແຫຼງ­ການ​ສັ້ນໆອອກ​ມາໃຫ້​ຮູ້​ວ່າ ຜູ້­ນຳ​ທັງ​ສອງໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປະສານ​ງານ ເພື່ອ​ຕໍ່­ຕ້ານ​ກັບ​ກຸມ​ລັດອິ​ສລາມ (IS) ແລະ ການ​ບັນ­ລຸສັນ­ຕິ­ພາບ​ຢູ່​ໃນ​ຊີ​ຣີ.
ອີກ​ດ້ານ​ໜຶ່ງ ໃນ​ຖະ­ແຫຼງ­ການຮ່ວມ​ທີ່​ມີ​ອອກ​ມາ​ຫຼັງ​ການ​ເຈລະຈາ​ຜ່ານ​ທາງ​ໂທລະ­ສັບ ເມື່ອ​ວັນທີ 28 ມັງ­ກອນ​ນັ້ນ ນາ­ຍົກ​ລັດຖະ​ມົນ­ຕີ​ເຢຍ​ລະ​ມັນ ແລະ ປະ​ທານາ​ທິ​ບໍ­ດີ ທຣັມ ໄດ້​ເນັ້ນ​ໜັກ​ເຖິງຄວາມ​ສຳ­ຄັນ​ຂອງ​ອົງ­ການ​ສົນທິ​ສັນ­ຍາ​ປ້ອງກັນ​ອັດ​ລັງ​ຕິກ​ເໜືອ (NATO) ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ສັນຍາ​ເຖິງ​ການ​ສົມ­ທົບ​ກັນ​ຢ່າງແໜ້ນ​ແຟ້ນ​ກວ່າ​ເກົ່າ ເພື່ອ​ຕ້ານກັບການກໍ່​ການ​ຮ້າຍ.
ຣັດ​ເຊຍ-ສ ອາ​ເມ​ຣິ​ກາ ເຫັນ​ດີ​ແກ້​ໄຂ​ການ​ພົວ­ພັນ​ລະ­ຫວ່າງ​ສອງ​ຝ່າຍ Reviewed by makarow on 5:22:00 PM Rating: 5

Contact Form

Name

Email *

Message *

Powered by Blogger.