ການປະເມີນຄວາມສ່ຽງລະດັບຊາດ ໃນການຕ້ານການຟອກເງິນ
ລະຫວ່າງວັນທີ
9-10 ມັງກອນ 2017 ສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ
ລາວ ຮ່ວມກັບທະນາຄານໂລກ
ຈັດກອງປະຊຸມເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບການປະເມີນຄວາມສ່ຽງລະດັບຊາດ
ໃນການຕ້ານການຟອກເງິນ ແລະ
ສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນ
ເປັນປະທານຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ
ແຫ່ງ ສປປ ລາວ ຄະນະກຳມາທິການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ
ສະໜອງທຶນໃຫ້ການກໍ່ການຮ້າຍ ແລະ ທ່ານ ອິຟເກນີ ນາໂດຟ
ຮັກສາການຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ
ມີຊ່ຽວຊານຂະແໜງການເງິນ-ເງິນຕາ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.ການປະເມີນຄວາມສ່ຽງລະດັບຊາດຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນການຈັດຕັ້ງປະຕິບັດຕາມຂໍ້ແນະນຳທີ 1 ການປະເມີນຄວາມສ່ຽງ ແລະ ຂະບວນການບໍລິຫານຄວາມສ່ຽງຂອງ 40 ຂໍ້ແນະນຳໃໝ່ຂອງອົງການຕ້ານການຟອກເງິນສາກົນ ໃຫ້ໄດ້ມາດຕະຖານສາກົນ ເຊິ່ງບັນດາປະເທດທີ່ເປັນສະມາຊິກຂອງອົງການຕ້ານການຟອກເງິນສາກົນ ຫຼື ບັນປະເທດທີ່ເປັນສະມາຊິກຂອງອົງການຍ່ອຍ ໂດຍສະເພາະແມ່ນອົງການຕ້ານການຟອກເງິນໃນເຂດອາຊີປາຊີຟິກ ຈະຕ້ອງມີການຈັດຕັ້ງປະຕິບັດກ່ອນມີການປະເມີນຜົນ ເຊິ່ງລາວໄດ້ກະກຽມໃນການປະເມີນຜົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຮອບທີ 2 ໃນສົກປີ 2020-2021.
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການສະເໜີຂັ້ນຕອນການດຳເນີນການ ແລະ ຈຸດປະສົງຂອງທະນາຄານໂລກ ກ່ຽວກັບກົນໄກປະເມີນຄວາມສ່ຽງ ປຶກສາຫາລືກົນໄກປະເມີນຄວາມສ່ຽງໃນຂັ້ນຕອນການປະຕິບັດ ສົນທະນາບັນຫາທີ່ຍັງຄົງຄ້າງ ກ່ຽວກັບຂັ້ນຕອນການປະເມີນຄວາມສ່ຽງ ທ່າອ່ຽງ ແລະ ຄວາມອາດສາມາດໃນການຕໍ່ຕ້ານກັບບັນຫາທີ່ເກີດຂຶ້ນ.
(ຫນັງສືພິມວຽງຈັນໃຫ່ມ)
ການປະເມີນຄວາມສ່ຽງລະດັບຊາດ ໃນການຕ້ານການຟອກເງິນ
Reviewed by makarow
on
7:42:00 PM
Rating:

