ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ
ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ)
ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 9 ມັງກອນ 2017 ທີ່ອົງການປົກຄອງ ນວ
ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ
ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ
ການນຳ ນວ ອະດີດການນຳ ນັກປະຕິວັດອາວຸໂສ ຕົວແທນນັກທຸລະກິດ ແລະ
ແຂກທີ່ຖືກເຊີນເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງ ນວ ເປັນຕົ້ນ ຮັບຟັງບົດລາຍງານກ່ຽວກັບຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາປະຊາຊົນ ກ່ຽວກັບຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ພິຈາລະນາຮັບຮອງເອົາບົດລາຍງານ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ສົກປີ 2015-2016 ແລະ ທິດທາງແຜນການປີ 2017 ບົດລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2010-2015) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແຜນວຽກຈຸດສຸມປີ 2017 ຂອງສານປະຊາຊົນ ນວ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳ 6 ເດືອນທ້າຍສົກປີ 2015-2016 ແລະ ທິດທາງແຜນການປີ 2017 ຂອງສະພາປະຊາຊົນ ນວ ພ້ອມນັ້ນຍັງໄດ້ພິຈາລະນາຮັບຮອງເອົາວິໄສທັດຮອດປີ 2030 ຍຸດທະສາດໄລຍະ 10 ປີ (2016-2025) ແຜນການພັດທະນາຕໍ່ການແກ້ໄຂບັນຫາຈະລາຈອນແອອັດຕາມຖະໜົນ ໄລຍະ 5 ປີ (2016-2020) ແຜນພັດທະນາຜັງເມືອງ-ກົດລະບຽບການຄຸ້ມຄອງຜັງເມືອງວຽງຈັນ ບັນຊີໂຄງການຮຽກການລົງທຶນພາຍໃນ-ຕ່າງປະເທດໄລຍະ 5 ປີ (2016-2020) ແລະ ແຜນການສ້າງນິຕິກຳຂອງສະພາປະຊາຊົນ ນວ ປະຈຳປີ 2017 ນອກນັ້ນຍັງພິຈາລະນາຮັບຮອງເອົານິຕິກຳຈຳນວນ 4 ສະບັບ ປະກອບມີ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນທາງຂອງ ນວ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ພັດທະນາບຶງທາດຫຼວງຫາຫ້ວຍໝາກຮຽວ ຂໍ້ຕົກລົງເຈົ້າຄອງ ນວ ວ່າດ້ວຍການຮັບຮອງເອົາການກຳນົດການຄຸ້ມຄອງທີ່ດິນກະສິກຳ ແລະ ຂໍ້ຕົກລົງຂອງເຈົ້າຄອງວ່າດ້ວຍການຄຸ້ມຄອງສະໜາມຫຼວງແຫ່ງຊາດ.
ນອກຈາກນັ້ນແລ້ວ ກອງປະຊຸມຍັງຈະໄດ້ຮັບຟັງການອະທິບາຍຊີ້ແຈງ ບັນຫາສຳຄັນຈຳນວນໜຶ່ງຂອງນະຄອນຫຼວງຕື່ມອີກ ສຳລັບກອງປະຊຸມດັ່ງກ່າວ ຈະດຳເນີນໄປຮອດວັນທີ 17 ມັງກອນ 2017. (ຫນັງສືພິມວຽງຈັນໃຫ່ມ)
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ໄຂຂຶ້ນຢ່າງເປັນທາງການ
Reviewed by makarow
on
7:41:00 PM
Rating:

