ອາຊຽນ-ຣັດເຊຍ ຮ່ວມມືດ້ານຍຸດທະສາດການຂົນສົ່ງ
ໃນລະຫວ່າງວັນທີ
5-9 ທັນວາ 2016 ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ
ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະນຳ
ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂົນສົ່ງ ສະໄໝທີ 3
ຂອງອົງການສະຫະປະຊາຊາດ UNESCAP ແລະ ກອງປະຊຸມລັດຖະມົນຕີຂົນສົ່ງ
ອາຊຽນ-ຣັດເຊຍ ທີ່ນະຄອນຫຼວງມົດສະກູ ສະຫະພັນຣັດເຊຍ.ໃນໂອກາດດັ່ງກ່າວ ທ່ານ ສັນຕິສຸກ ສິມມາລາວົງ ໄດ້ລາຍງານບາງຂໍ້ລິເລີ່ມ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາໂຄງການພາຍໃຕ້ຄຳຂວັນ “ຫັນວິໄສທັດໃຫ້ປາກົດຜົນເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”.
ສະພາບການພັດທະນາຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ທີ່ ສປປ ລາວ ໄດ້ຮັບຮອງ ແລະ ຈັດຕັ້ງປະຕິບັດໃນຊຸມປີຜ່ານມາ ໂດຍມີເນື້ອໃນບາງຕອນຄື: ລັດຖະບານ ສປປ ລາວ ໄດ້ວາງທິດທາງແຜນງານ ແລະ ໂຄງການລະອຽດ ເພື່ອຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ຫຼື ບໍລິການທາງຜ່ານດ້ານຄົມມະນາຄົມ-ຂົນສົ່ງ ເພື່ອເຊື່ອມຈອດກັບພາກພື້ນ ແລະ ອະນຸພາກພື້ນ ບົນພື້ນຖານການປະຕິບັດຕາມບັນດາສົນທິສັນຍາສາກົນທີ່ ສປປ ລາວ ເປັນສະມາຊິກຄື: ສົນທິສັນຍາສາກົນວ່າດ້ວຍທາງຫຼວງອາຊີ ສົນທິສັນຍາສາກົນວ່າດ້ວຍຕາໜ່າງທາງລົດໄຟ ອາຊີ-ເອີຣົບ ແລະ ສົນທິສັນຍາສາກົນວ່າດ້ວຍທ່າບົກຂອງອົງການ UNESCAP ນອກຈາກນັ້ນ ສປປ ລາວ ໄດ້ຮັບຮອງຍຸດທະສາດໂລຈິສຕິກແຫ່ງຊາດ ໃນປີ 2015 ແລະ ປັດຈຸບັນ ກຳລັງກະກຽມເພື່ອໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນວ່າດ້ວຍທ່າບົກ (Dry Port) ຂອງອົງການ UNESCAP ອີງໃສ່ຜົນສຳເລັດຈາກການທົດລອງໃຫ້ບໍລິການທ່າບົກແຫ່ງທຳອິດຂອງ ສປປ ລາວ ຢູ່ແຂວງສະຫວັນນະເຂດ ເຊິ່ງມີທີ່ຕັ້ງຕາມແລວທາງຫຼວງອາຊີ ເລກທີ 16 (ທາງຫຼວງແຫ່ງຊາດເລກທີ 9) ແລະ ຈະນຳໃຊ້ບົດຮຽນຈາກການສ້າງທ່າບົກດັ່ງກ່າວ ເພື່ອເປັນຕົວແບບໃນການຈັດຕັ້ງປະຕິບັດທ່າບົກອີກ 8 ແຫ່ງທີ່ຍັງເຫຼືອຕໍ່ໄປ ເຊິ່ງອົງການ UNESCAP ກໍ່ໄດ້ຊົມເຊີຍ ສປປ ລາວ ທີ່ສະແດງອອກໃນບົດກ່າວປິດຂອງທ່ານນາງ Dr. Shamshad Akhtar ຮອງເລຂາທິການໃຫຍ່ UN ເລຂາທິການ ESCAP ຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃຫ້ເປັນຕົວແບບແກ່ປະເທດສະມາຊິກອື່ນໆ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງປະເທດຟີລິປິນ ໃນນາມປະທານອາຊຽນ ສຳລັບຂົງເຂດການຂົນສົ່ງ ໃນປີ 2016 ກ່ຽວກັບການພັດທະນາດ້ານການຄົມມະນາຄົມ-ຂົນສົ່ງຂອງອາຊີປາຊີຟິກ ແລະ ພາກພື້ນ ແລະ ການລາຍງານຂອງປະເທດສິງກະໂປ ກ່ຽວກັບການພັດທະນາລະບົບ Intelligent Transport System (ITS) ຂອງສິງກະໂປ ແລະ ຂອງອາຊຽນ ພ້ອມກັນນັ້ນ ຣັດເຊຍຍັງລາຍງານກ່ຽວກັບການຄຸ້ມຄອງການຂົນສົ່ງແບບ ITS ຂອງຕົນ ດ້ວຍລະບົບ Era-GLONASS. ຈາກນັ້ນ ຣັດເຊຍ ແລະ ອາຊຽນ ເຫັນດີເປັນເອກະພາບ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໃນການຮ່ວມມືໃນ 2 ດ້ານຄື: ຄວາມປອດໄພໃນການຂົນສົ່ງ ແລະ ໂລຈິສຕິກ ແລະ ລະບົບການຄຸ້ມຄອງການຂົນສົ່ງດ້ວຍລະບົບທັນສະໄໝ (Intelligent Transport System “ITS”) ດ້ວຍລະບົບ Global Navigation Satellite System (Era-GLONASS) ໂດຍການມອບໝາຍໃຫ້ລະດັບວິຊາການ (Working Group) ນຳໄປປຶກສາຫາລື ແລະ ວາງແຜນການຈັດຕັ້ງປະຕິບັດລະອຽດຕໍ່ໄປ.
ອາຊຽນ-ຣັດເຊຍ ຮ່ວມມືດ້ານຍຸດທະສາດການຂົນສົ່ງ
Reviewed by makarow
on
7:44:00 PM
Rating:

