ຜູ້ປະກອບການທຸລະກິດລາວ ຈັດກອງປະຊຸມຫາລືເພື່ອຍົກຄຸນະພາບສິນຄ້າໃນຂະແໜງອຸດສາຫະກໍາອາຫານ
ກົມສົ່ງເສີມການຄ້າ
ກະຊວງອຸດສາຫະກໍາ ແລະການຄ້າ ຮ່ວມກັບ ໜ່ວຍງານການຄ້າ ແລະລົງທຶນ
ສູນອາຊຽນ-ເກົາຫຼີ ປະຈໍາ ສປປ.ລາວ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້
ການພັດທະນາຜະລິດຕະພັນລາວ ດ້ານກະສິກໍາປຸງແຕ່ງອາຫານ ຂຶ້ນເປັນ 2 ວັນ (ວັນທີ
10-11 ມັງກອນ 2017) ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ
ໂດຍແນໃສ່ຍົກສູງຄຸນະພາບສິນຄ້າກະສິກໍາປຸງແຕ່ງອາຫານລາວ ໃຫ້ສາມາດສົ່ງອອກສູ່ຕະຫຼາດທັງພາຍໃນ ພາກພື້ນ ແລະ ສາກົນ.
ສໍາລັບພິທີໄຂກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ມັງກອນ 2017
ໂດຍການເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ
ກະຊວງອຸດສາຫະກໍາ ແລະການຄ້າ ທ່ານ ລີ ດົງ ໂກ ຮອງຫົວໜ້າໜ່ວຍງານການຄ້າ
ແລະລົງທຶນ ສູນອາຊຽນ-ເກົາຫຼີ ປະຈໍາ ສປປ.ລາວ ທ່ານ ວອນ ຊຸນ ຈີ
ທີ່ປຶກສາເສດຖະກິດການຄ້າ ສ. ເກົາຫຼີ ປະຈໍາລາວ ມີຊ່ຽວຊານ
ວິທະຍາກອນຈາກສູນອາຊຽນ-ເກົາຫຼີ ບັນດາຜູ້ປະກອບການ ໜ່ວຍງານທຸລະກິດການປຸງແຕ່ງ
ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານຮອງຫົວໜ້າກົມສົ່ງເສີມການຄ້າ
ກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ວ່າ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ
ພວມຈັດຕັ້ງຜັນຂະຫຽາຍແຜນ 8 ມະຕິຂອງກອງປະຊຸມໃຫຽ່ ຄັ້ງທີ X ຂອງພັກ
ເພື່ອຜັນຂະຫຽາຍແຜນການພັດທະນາເສດຖະກິດ-ສັງຄົມ ກະຕຸ້ນເສດຖະກິດຂອງຊາດ
ໃນນັ້ນແມ່ນຈະສຸມໃສ່ການສົ່ງເສີມຜູ້ປະກອບການໃຫ້ມີຄວາມເຂັ້ມແຂງໃນຍຸກເຊື່ອມໂຍງເຂົ້າເປັນປະຊາຄົມອາຊຽນ
ແລະ ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ເຊິ່ງກົມສົ່ງເສີມການຄ້າ
ແມ່ນມີບົດບາດ ໜ້າທີ່ສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການລາວ
ສາມາດພັດທະນາສິນຄ້າ ຄົ້ນຄວ້າ ວິໄຈຕະຫຼາດ ເຜີຍແຜ່ຂໍ້ມູນຂ່າວສານການຕະຫຼາດ
ພ້ອມທັງຊ່ອຍພາກທຸລະກິດຊອກຫາຕະຫຼາດສົ່ງອອກ
ສໍາລັບວຽກງານສິນຄ້າກະສິກໍາປຸງແຕ່ງກໍແມ່ນຂະແໜງການນຶ່ງທີ່ມີບົດບາດສໍາຄັນຕໍ່ສັງຄົມລາວ
ແລະ ເປັນຂະແໜງທີ່ທົ່ວປະເທດມີມູນເຊື້ອໃນອາຊີບການຜະລິດກະສິກໍາເປັນສິນຄ້າ
ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດ.
ຕະຫຼອດໄລຍະທີ່ຜ່ານມາ
ການພົວພັນຮ່ວມມືລະຫວ່າງ ລາວ-ເກົາຫຼີ ມີທ່າອຽງເພີ່ມສູງຂຶ້ນ
ໂດຍສັງເກດເຫັນໄດ້ວ່າ ມີນັກລົງທຶນເຂົ້າມາດໍາເນີນກິດຈະການຮ້ານອາຫານ ໂຮງແຮມ
ແຫຼ່ງທ່ອງທ່ຽວຕ່າງໆ ທັງມີການລົງທຶນໄຂສາຍການບິນວຽງຈັນ-ເຊອຸນ
ເພື່ອອໍານວຍຄວາມສະດວກທາງກ້ານການຄ້າ ແລະ ການທ່ອງທ່ຽວ ເຊິ່ງເວົ້າໄດ້ວ່າ
ເປັນສິ່ງຊຸກຍູ້ບັນຍາກາດການລົງທຶນນັບວັນສູງຂຶ້ນ
ດັ່ງນັ້ນການຈັດກອງປະຊຸມສໍາມະນາໃນເທື່ອນີ້ແມ່ນມີຄວາມສໍາຄັນຫຼາຍໃຫ້ແກ່ພາກລັດ
ແລະ ພາກທຸລະກິດເອກະຊົນ ໄດ້ເຂົ້າໃຈກ່ຽວກັບຄວາມຕ້ອງການຂອງຕະຫຼາດເກົາຫຼີ ແລະ
ການອອກແບບຜະລິດຕະພັນ ເປັນຕົ້ນ
ການຫຸ້ມຫໍ່ສິນຄ້າໃຫ້ມີຄວາມດຶງດູດໃຈຈາກຜູ້ຊົມໃຊ້ ເຊິ່ງກົມສົ່ງເສີມການຄ້າ
ກໍເຫັນວ່າມີຄວາມຈໍາເປັນຕໍ່ການພັດທະນາສິນຄ້າເພື່ອ່ສົ່ງອອກຕ່າງປະເທດ
ຈິ່ງຮຽກຮ້ອງໃຫ້ຜູ້ປະກອບການກະສິກໍາປຸງແຕ່ງ
ຈົ່ງເອົາໃຈໃສ່ແລກປ່ຽນຄວາມຮູ້ກັບຊ່ຽວຊານ
ເພື່ອຍາດແຍ່ງເອົາບົດຮຽນທີ່ດີໄປພັດທະນາສິນຄ້າຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.
ຂ່າວ/ພາບ: ເທບພະວົງ
ຜູ້ປະກອບການທຸລະກິດລາວ ຈັດກອງປະຊຸມຫາລືເພື່ອຍົກຄຸນະພາບສິນຄ້າໃນຂະແໜງອຸດສາຫະກໍາອາຫານ
Reviewed by makarow
on
6:52:00 PM
Rating:


