ລາວ-ຝຣັ່ງ ຮ່ວມກັນສ້າງຄວາມເຂັ້ມແຂງດ້ານເສດຖະກິດ
ກອງປະຊຸມກ່ຽວກັບວຽກງານເສດຖະກິດຝຣັ່ງໂກໂຟນີ
ເປັນກອງປະຊຸມທີ່ສຳຄັນຂອງປະຊາຊົນລາວ
ເຊິ່ງເປັນບາດກ້າວຂອງການຮ່ວມມືທາງດ້ານເສດຖະກິດຂອງລາວ ແລະ
ບັນດາປະເທດທີ່ໃຊ້ພາສາຝຣັ່ງ ແລະ
ມີຫຼາຍໂຄງການທີ່ກ່ຽວຂ້ອງກັບເສດຖະກິດ
ສິ່ງເຫຼົ່ານີ້ເປັນຄວາມຕ້ອງການຂອງປະເທດລາວ
ເພື່ອວາງຍຸດທະສາດທາງດ້ານເສດຖະກິດ
ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຍຸດທະສາດດັ່ງກ່າວ
ສ້າງຂຶ້ນເພື່ອເຮັດໃຫ້ການປະຕິບັດວຽກງານທາງດ້ານເສດຖະກິດ
ໃຫ້ນັບມື້ນັບເຂັ້ມແຂງຍິ່ງໆຂຶ້ນ.ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 26 ມັງກອນ 2017 ທີ່ໂຮງແຮມແລນມາກ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທ່ານ Caudine LEDOUX ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ອຸປະທູດການາດາ ແລະ ຂະແໜງການກ່ຽວຂ້ອງ.
ຂົງເຂດເສດຖະກິດການຮ່ວມມືລະຫວ່າງລາວ-ຝຣັ່ງ ແລະ ບັນດາປະເທດສະມາຊິກຍັງມີຫຼາຍບັນຫາ ທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາເສດຖະກິດ ກໍ່ຄືວຽກເຮັດງານທຳ ພ້ອມນີ້ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການຮ່ວມມື ສ້າງບັນດາຂົງເຂດເສດຖະກິດ ຊຸກຍູ້ໃຫ້ແກ່ນັກທຸລະກິດໃໝ່ ແລະ ອື່ນໆ. (ຫນັງສືພິມວຽງຈັນໃຫ່ມ)
ລາວ-ຝຣັ່ງ ຮ່ວມກັນສ້າງຄວາມເຂັ້ມແຂງດ້ານເສດຖະກິດ
Reviewed by makarow
on
11:41:00 PM
Rating:

