ປກສ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ
ກຳລັງປ້ອງກັນຄວາມສະຫງົບ
ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຕ້ານ-ສະກັດກັ້ນ ແລະ
ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ອັນເຮັດໃຫ້ປີ 2016
ສັງຄົມມີຄວາມສະຫງົບໂດຍພື້ນຖານ ຂະນະທີ່ພວກກຸ່ມຄົນບໍ່ດີຈຳນວນໜຶ່ງ
ຍັງພະຍາຍາມສ້າງຄວາມບໍ່ສະຫງົບ ແລະ
ກໍ່ຄວາມເດືອດຮ້ອນໃຫ້ແກ່ບຸກຄົນອື່ນ ໂດຍສະເພາະແມ່ນບັນຫາການຄາດຕະກຳ
ປຸ້ນຈີ້ ຊີງຊັບ ແລະ ລັກຊັບພົນລະເມືອງ ເກີດຂຶ້ນຈຳນວນ 3 ພັນກວ່າລາຍ
ເຊິ່ງເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາເກືອບ 3 ພັນຄົນ ທຽບໃສ່ປີ 2015
ຫຼຸດລົງ 70 ລາຍ ແຕ່ສະພາບການເກີດອຸບັດຕິເຫດສູງຂຶ້ນ
ພາໃຫ້ມີຜູ້ເສຍຊີວິດ 900 ກວ່າຄົນ.ຕາມການລາຍງານຂອງທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕໍ່ກອງປະຊຸມປະຈຳປີ 2016 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ກຳລັງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຢ່າງຫ້າວຫັນເຂົ້າໃນການເຜີຍແຜ່ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາກຳລັງປະກອບອາວຸດ ທັງລະດັບສູນກາງ-ທ້ອງຖິ່ນ ເປັນເຈົ້າການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ສອດຄ່ອງ ຄຽງຄູ່ກັນນັ້ນ ກຳລັງປ້ອງກັນຄວາມສະຫງົບ ຍັງໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເຂົ້າໃນການແກ້ໄຂປາກົດການຫຍໍ້ທໍ້ໃນທົ່ວສັງຄົມ ເຊິ່ງໃນປີ 2016 ມີຄະດີອາຍາເກີດຂຶ້ນທົ່ວປະເທດທັງໝົດ 3.231 ລາຍ ມ້າງໄດ້ 2.013 ລາຍ ກັກຕົວຜູ້ຖືກຫາ 2.924 ຄົນ ຍິງ 320 ຄົນ ທົ່ວປະເທດມີການເກີດອຸບັດຕິເຫດທາງຖະໜົນທັງໝົດ 5.076 ລາຍ ເພີ່ມຂຶ້ນຈາກປີ 2015 ຈຳນວນ 727 ລາຍ ພາຫະນະເປ່ເພ 9.331 ຄັນ ຄົນໄດ້ຮັບບາດເຈັບ 8.098 ຄົນ ເສຍຊີວິດ 981 ຄົນ ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 1.412 ລາຍ ພາຫະນະເປ່ເພ 2.875 ຄັນ ຄົນໄດ້ຮັບບາດເຈັບ 1.851 ຄົນ ເສຍຊີວິດ 239 ຄົນ ທຽບໃສ່ປີຜ່ານມາ ການເກີດອຸບັດຕິເຫດຢູ່ນະຄອນຫຼວງເພີ່ມຂຶ້ນ 236 ລາຍ ເສຍຊີວິດເພີ່ມຂຶ້ນ 46 ຄົນ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 140 ຄັ້ງ ສ້າງຜົນເສຍຫາຍເຮືອນ 110 ຫຼັງ ຫ້ອງແຖວ 9 ຫ້ອງ ແລະ ຮ້ານຂາຍເຄື່ອງ 182 ຮ້ານ ເປັນຕົ້ນ ມູນຄ່າເສຍຫາຍ 102.753.782.000 ກີບ ທຽບໃສ່ປີ 2015 ຫຼຸດລົງ 30 ຄັ້ງ ວຽກງານການສະກັດກັ້ນ ແລະ ດຳເນີນຄະດີຢາເສບຕິດ ມີຄະດີເກີດຂຶ້ນທັງໝົດ 2.508 ລາຍ ກັກຕົວຜູ້ຖືກຫາ 3.740 ຄົນ ຍິງ 558 ຄົນ ເພີ່ມຂຶ້ນ 250 ລາຍ ສາມາດຢຶດຂອງກາງຢາເສບຕິດປະເພດຕ່າງໆ ໄດ້ກວ່າ 9.000 ກິໂລ ຢຶດເຄື່ອງອັດເມັດຢາບ້າ 7 ເຄື່ອງ ລົດໃຫຍ່ 97 ຄັນ ລົດຈັກ 135 ຄັນ ປືນ 58 ກະບອກ ລວມທັງໝາກແຕກ ແລະ ລູກບົ່ມບີ້ອີກ 22 ໜ່ວຍ.
ກອງປະຊຸມປະຈຳປີ 2016 ຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນລະຫວ່າງວັນທີ 26-27 ມັງກອນ 2017 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ມີທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເປັນປະທານ ເຊິ່ງກອງປະຊຸມນອກຈາກຮັບຟັງບົດລາຍງານການເຄື່ອນໄຫວ 1 ປີຜ່ານມາ ບົດສະຫຼຸບວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ພ້ອມກັນປະກອບຄຳຄິດເຫັນໃສ່ບັນດາແຜນງານຂອງ 4 ກົມ 4 ແຜນງານໃຫຍ່ 41 ໂຄງການ ແລະ ວຽກງານຈຸດສຸມໃນປີ 2017 ແລ້ວ ຕອນບ່າຍວັນທີ 27 ມັງກອນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມກຳລັງປ້ອງກັນຄວາມສະຫງົບ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 1 ປີຜ່ານມາ ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ພ້ອມນີ້ ເພື່ອເປັນການສືບຕໍ່ຮັກສາມູນເຊື້ອອັນດີ ແລະ ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ທ່ານນາຍົກໄດ້ເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມວ່ອງໄວ ທັນການ ແລະ ແທດເໝາະກັບສະພາບການພັດທະນາທັງພາຍໃນພາກພື້ນ-ສາກົນ ແກ້ໄຂບັນຫາດ້ວຍຄວາມຍຸຕິທຳ ປອດໃສ ເປັນທຳ ພ້ອມກັບເອົາໃຈໃສ່ເຂົ້າເຖິງປະຊາຊົນ ໃກ້ຊິດຕິດແທດ ເຮັດໃຫ້ເຂົາເຈົ້າຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດ ລະບຽບກົດໝາຍຢ່າງຈະແຈ້ງ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນຂະບວນການປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດຢ່າງຕັ້ງໜ້າ ຄຽງຄູ່ກັນນັ້ນ ກຳລັງປ້ອງກັນຄວາມສະຫງົບ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນຢູ່ຕາມຊາຍແດນ ແລະ ບັນດາຕົວເມືອງໃຫຍ່ ເພື່ອສະກັດກັ້ນແກ້ໄຂບັນຫາອຸບັດຕິເຫດ ຢາເສບຕິດ ແລະ ການຄ້າຂາຍຜິດກົດໝາຍ.(ຫນັງສືພິມວຽງຈັນໃຫ່ມ)
ປກສ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ
Reviewed by makarow
on
11:40:00 PM
Rating:

