ຫົວພັນຕ້ອງການງົບປະມານຈາກສະພາເກືອບຮ້ອຍຕື້ກີບ ……………………….
ເພື່ອເຮັດໃຫ້ວຽກງານການພັດທະນາເສດຖະກິດ-ສັງຄົມ ແຂວງຫົວພັນເປັນໄປຕາມແຜນການ ແລະແນວທາງຂອງລັດຖະບານດ້ວຍຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ຢູ່ໃນລະດັບ 10,35% ແລະຄາດວ່າໂຄງປະກອບເສດຖະກິດຈະມີການຫັນປ່ຽນໃນທ່າອ່ຽງທີ່ດີຂຶ້ນ ໂດຍສະເພາະການພັດທະນາທາງດ້ານການຜະລິດ ແລະ ການກໍ່ສ້າງທີ່ເລັ່ງໃສ່ການລົງທຶນຈາກພາກລັດ ແລະເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຊຶ່ງໃນສົກປີ 2017 ແຂວງຫົວພັນມີຄວາມຕ້ອງການງົບປະມານທີ່ອະນຸມັດຈາກສະພາແຫ່ງ ຊາດທັງໝົດ 94,55 ຕື້ກີບ. ອີງຕາມຄາດໝາຍສູ້ຊົນຂອງພະແນກແຜນການ ແລະ ການລົງທຶນແຂວງຫົວພັນໃຫ້ຮູ້ວ່າ: ໃນສົກປີ 2017 ຄາດວ່າຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງແມ່ນຢູ່ໃນລະດັບ 10,35% ໃນນີ້ຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 4,91% ກວມເອົາ 42,16%, ອຸດສາຫະກຳເພີ່ມຂຶ້ນ 14,08% ກວມເອົາ 18,16% ແລະການບໍລິການເພີ່ມຂຶ້ນ 11,13% ກວມເອົາ 39,68% ຂອງ GDP ທັງນີ້ ແຂວງຫົວພັນ ໄດ້ສະເໜີແຜນການລົງທຶນຂອງລັດຈໍານວນ 242 ໂຄງການ ເປັນມູນຄ່າທັງໝົດ 8.216 ຕື້ກີບ ເປັນທຶນພາຍໃນ 7.223 ຕື້ກີບ ແລະທຶນຕ່າງປະເທດ 993,58 ຕື້ກີບ, ພ້ອມທັງຕ້ອງການງົບປະມານທີ່ອະນຸມັດຈາກສະພາແຫ່ງຊາດຈໍານວນ 94,55 ຕື້ກີບ ໃນນັ້ນທຶນປົກກະຕິຈໍານວນ 78,11 ຕື້ກີບ (ລວມທັງທຶນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ, ທຶນຈັດສັນພູມລໍາເນົາ ແລະບ່ອນທໍາມາຫາກິນຖາວອນ) ແລະບ້ວງພັດທະນາເມືອງໃໝ່ເມືອງກວັນ …
ຫົວພັນຕ້ອງການງົບປະມານຈາກສະພາເກືອບຮ້ອຍຕື້ກີບ ……………………….
Reviewed by makarow
on
6:16:00 PM
Rating:
Reviewed by makarow
on
6:16:00 PM
Rating:


