ຂ່າວດ່ວນ

ຂ່າວອື່ນໆ

random

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມອຳລາທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ




  ໃນຕອນບ່າຍວັນທີ 27 ມັງກອນນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວວງວຽງຈັນ, ທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈຳສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເພື່ອອຳລາໃນໂອກາດທີ່ໜົດວາລະດຳລົງຕຳແໜ່ງເປັນເອກອັກຄະລັດທະທູດຈີນປະຈໍາ ສປປ ລາວ.
ທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວກ່າວວ່າ: ໃນຖານະເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປ ຈີນ ປະຈຳ ສປປ ລາວ, ທັງເປັນເພື່ອນມິດທີ່ດີຂອງປະຊາຊົນລາວ, ໄດ້ມີໂອກາດເປັນສັກຂີພິຍານໂດຍພາຍໃຕ້ການຊີ້ນຳນຳພາຂອງພັກ-ລັດ ຂອງປະເທດ ສປປ ລາວ ແລະ ປະຊາຊົນລາວທຸກທົ່ວໝ້າ ພ້ອມທັງໄດ້ເອົາຜົນສຳເລັດຢ່າງໃຫຍ່ຫຼວງທາງດ້ານການປະຕິຮູບເປີດປະຕູສູ່ພາຍນອກ ແລະ ການກໍ່ສ້າງພາລະກິດສັງຄົມນິຍົມ. ໃນໄລຍະ 3 ປີກວ່າທີ່ຜ່ານມາຂ້າພະເຈົ້າໄດ້ປະຕິບັດໜ້າທີ່ວຽກງານທູດ ສປ ຈີນປະຈຳ ສປປ ລາວ ໂດຍຕາມການຊີ້ນຳນຳພາ ແລະ ນະໂຍບາຍຂອງລັດຖະບານຈີນ ເຊິ່ງໄດ້ປະກອບສ່ວນອຸທິດກຳລັງຂອງຕົນເອງສຸກຍູ້ເຂົ້າໃນວຽກງານຮອບດ້ານ ໃນການຮ່ວມມືຕົວຈິງຂະແໜງການຕ່າງໆລະຫວ່າງສອງຊາດລາວ-ຈີນ ເຊິ່ງໄດ້ເຮັດໃຫ້ສາຍພົວພັນທັງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ບັນດາການນຳພັກ-ລັດ ສປປ ລາວ ໄດ້ຕີລາຄາສູງຕໍ່ຄວາມຮັບຮູ້, ຄວາມພະຍາຍາມຂອງຂ້າພະເຈົ້າ ໂດຍໄດ້ປະດັບຫຼຽນໄຊມິດຕະພາບໃຫ້ ແລະ ໄດ້ຕີລາຄາສູງຕໍ່ວຽກງານຂອງສະຖານທູດຈີນປະຈໍາ ສປປ ລາວ ສະແດງໃຫ້ເຫັນເຖິງມິດຕະພາບປະຊາຊົນລາວຕໍ່ປະຊາຊົນຈີນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ທີ່ໄດ້ພະຍາຍາມໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນໄລຍະ 3 ປີກວ່າ, ໂດຍສະເພາະການຮ່ວມມືສາຍພົວພັນສອງປະເທດລາວ-ຈີນໃຫ້ເກີດດອກອອກຜົນ. ເວລາທີ່ໄດ້ດຳລົງຕຳແໜ່ງເອກອັກຄະລັດຖະທູດຈີນປະຈຳ ສປປ ລາວ ໄດ້ເປັນຂົວຕໍ່ ໂດຍສະເພາະການຢ້ຽມຢາມ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ສປ ຈີນ, ການເຂົ້າຮ່ວມກອງປະຊຸມ G20, ການຢ້ຽມຢາມໄປມາຫາສູ່ຂອງລັດຖະບານຈີນ-ລາວ, ການຊ່ວຍເຫຼືອຕ່າງໆຈາກລັດຖະບານຈີນ. ບັນດາເຫດການສຳຄັນຜ່ານມາເປັນການບົ່ງບອກວ່າລາວ-ຈີນ ໄດ້ກາຍເປັນເພື່ອນມິດທີ່ດີ, ໄວ້ເນື້ອເຊື່ອໃຈເຊິ່ງການແລະກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ແລະ ສົມກັບຄຳທີ່ການນຳຂອງຈີນໄດ້ກ່າວວ່າ: ພວກເຮົາເປັນເພື່ອນມິດ ທີ່ຮ່ວມຊາຕາກຳອັນດຽວກັນ ແລະ ບໍ່ສາມາດຕັດແຍກອອກຈາກັນໄດ້.
ເນື່ອງໃນໂອກາດປີໃໝ່ຈີນຈະມາເຖິງນີ້, ທ່ານ ນາຍົກລັດຖະມົນຕີ ສປປ ລາວ ໄດ້ກ່າວອວຍພອນທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ພ້ອມດ້ວຍຄອບຄົວ  ຈົ່ງມີສຸຂະພາບເຂັ້ມແຂງ ແລະ ໄດ້ຮັບໜ້າທີ່ໃໝ່ມີຜົນງານອັນໃຫຍ່ຫຼວງກວ່າເກົ່າ.
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອນຮັບການຢ້ຽມອຳລາທ່ານ ກ່ວນ ຮວາປິ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ Reviewed by makarow on 5:35:00 PM Rating: 5

Contact Form

Name

Email *

Message *

Powered by Blogger.