ຂ່າວດ່ວນ

ຂ່າວອື່ນໆ

random

ນະຄອນຫຼວງ ຈະສຳຫຼວດຖານລາຍຮັບງົບປະມານຄືນໃໝ່


ນະຄອນຫຼວງ ຈະສຳຫຼວດຖານລາຍຮັບງົບປະມານຄືນໃໝ່ ກອງ​ປະຊຸມ​ວຽກ​ງານ​ເດີນສຳ​ຫຼວດ​ຖານ​ລາຍ​ຮັບ​ງົບປະມານຄືນໃໝ່ ທົ່ວ​ນະຄອນຫຼວງ​ວຽງຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 25 ມັງກອນ 2017 ທີ່​ພະ​ແນກ​ສ່ວຍສາ​ອາກອນ ນວ ເປັນ​ປະທານຂອງ​ທ່ານ ພັນ​ຄຳ ມາລາ​ບັນດິດ ຫົວໜ້າ​ພະແນກການ​ເງິນ ນວ ມີ​ທ່ານ ຄຳ​ຟານ ວົງສາ​ຄຳ​ຜຸຍ ຫົວໜ້າ​ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ແລະ ທ່ານ ແກ້ວພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າຄອງ ນວ ພ້ອມ​ດ້ວຍ​ບັນດາຫົວໜ້າ​ພະແນກການ ຮອງ​ເຈົ້າເມືອງ ຫົວໜ້າ​ຫ້ອງການ​ສ່ວຍ​ສາອາກອນ 9 ຕົວ​ເມືອງ​ອ້ອມ​ຂ້າງ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າຮ່ວມ.
ເພື່ອ​ເປັນ​ການ​ປຶກສາ​ຫາລືແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ເດີນ​ສຳ​ຫຼວດ​ຖານລາຍ​ຮັບ​ງົບປະມານ​ຄືນໃໝ່ທົ່ວ ນວ ໃຫ້​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ມີ​ຄວາມ​ສະດວກ​ວ່ອງໄວ ແລະ ສຳເລັດ​ຕາມ​ເປົ້າ​ໝາຍ​ທີ່ກະຊວງ​ການ​ເງິນ​ມອບ​ໃຫ້ ສະນັ້ນ ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ສະພາບ​ການ​ກະກຽມ​ການ​ເກັບ​ກຳ​ຂໍ້ມູນ ແລະ ເດີນ​ສຳ​ຫຼວດ​ຖານລາຍ​ຮັບ​ງົບປະມານ​ ທີ່​ຂຶ້ນ​ກັບຄວາມ​ຮັບຜິດຊອບ​ຂອງ​ພະ​ແນກສ່ວຍ​ສາ​ອາກອນ ນວ ແລະ ບັນດາ​ເມືອງ​ອ້ອມ​ຂ້າງຈາກ​ທ່ານ ຄຳ​ມອນ ບົວ​ພັນ ຫົວໜ້າ​ພະແນກ​ສ່ວຍ​ສາ​ອາກອນ ນວ ເຊິ່ງຈະ​ໄດ້​ເດີນ​ສຳ​ຫຼວດ​ຫົວໜ່ວຍ​ທຸລະ​ກິດ​ຂະໜາດ​ໃຫຍ່-ກາງ​ທີ່​ມີລາຍ​ຮັບ​ເກີນ 4 ຮ້ອຍ​ລ້ານ​ກີບ ທີ່ຂຶ້ນ​ກັບ​ພະ​ແນກ ແລະ ບັນດາເມືອງ ສຳ​ຫຼວດ​ທຸລະ​ກິດ​ທີ່​ມີ​ລາຍຮັບ​ຫຼຸດ 4 ຮ້ອຍ​ລ້ານ​ກີບ ພ້ອມທັງ​ສຳ​ຫຼວດ​ກ່ຽວ​ກັບ​ເນື້ອທີ່​ດິນຄ່າ​ເຊົ່າ​ທີ່​ຂຶ້ນ​ກັບ​ເມືອງ ສຳ​ຫຼວດ ແລະ ເກັບ​ກຳ​ຂໍ້​ມູນ​ບັນດາ​ພະແນກ​ການ​ທີ່​ມີ​ລາຍ​ຮັບ​ຄ່າ​ທຳນຽມ-ຄ່າ​ບໍລິການ ວິຊາ​ການ ໂດຍ​ແບ່ງ​ເປັນ​ລະດັບ​ເກຣດ A (ພື້ນຖານ​ທີ່​ມາ​ແຈ້ງ​ອາກອນ​ເປັນປົກກະຕິ) ເກຣດ B (ພື້ນຖານ​ທີ່ມາ​ແຈ້ງ​ອາກອນ​ບໍ່​ປົກກະຕິ ໃນນີ້ ແຈ້ງ​ສູນ ຫຼື ແຈ້ງ​ບໍ່​ມີ​ລາຍ​ຮັບ) ເກຣດ C (ພື້ນຖານ​ທີ່​ບໍ່​ມາ​ແຈ້ງອາກອນ​ປະເພດ​ໃດ​ເລີຍ) ສຳລັບເປົ້າ​ໝາຍ​ໃນ​ການ​ເດີນ​ສຳ​ຫຼວດມີ​ທັງ​ໝົດ 2.460 ພື້ນຖານ ໃນ​ນີ້ ຂັ້ນ​ພະ​ແນກ 777 ພື້ນຖານ ໃຊ້ຈຳນວນ​ຄົນ 94 ຄົນ ແບ່ງ​ເປັນ 40 ຈຸ ແລະ ບັນດາ​ເມືອງ 1.683 ພື້ນຖານ ນຳ​ໃຊ້​ຈຳນວນ​ຄົນ​ທັງໝົດ 223 ຄົນ ແບ່ງ​ເປັນ 67 ຈຸ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ພາຍ​ໃນ 30 ວັນ ໂດຍ​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ແຕ່​ວັນ​ທີ 26 ມັງກອນ 2017 ເປັນຕົ້ນ​ໄປ (ຂ່າວໜັງສືພິມວຽງຈັນໃຫ່ມ)
ນະຄອນຫຼວງ ຈະສຳຫຼວດຖານລາຍຮັບງົບປະມານຄືນໃໝ່ Reviewed by makarow on 3:34:00 AM Rating: 5

Contact Form

Name

Email *

Message *

Powered by Blogger.