ລັດຖະບານ ພ້ອມສຸມໃສ່ໃນດ້ານຫຼັກການ ແກ້ໄຂຕໍ່ບັນຫາສຳຄັນຮີບດ່ວນ
ກອງປະຊຸມລັດຖະບານສະໄໝສາມັນ
ປະຈຳເດືອນມັງກອນ 2017 ໄດ້ຈັດຂຶ້ນວັນທີ 24-25 ມັງກອນ 2017
ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີ
ເຂົ້າຮ່ວມກອງປະຊຸມມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ
ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນ.ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື ແລະ ຕົກລົງຮັບຮອງໃນດ້ານຫຼັກການ ຕໍ່ບັນຫາສຳຄັນຮີບດ່ວນຈຳນວນໜຶ່ງດັ່ງນີ້:
1. ມາດຕະການຄຸ້ມຄອງເສດຖະກິດມະຫາພາກ ແລະ ງົບປະມານງວດທີ 1 ປີ 2017.
2. ສະພາບພົ້ນເດັ່ນກ່ຽວກັບບັນຫາທີ່ດິນ.
3. ຮ່າງວິໄສທັດການຂົນສົ່ງທາງບົກແບບຍືນຍົງ ທີ່ເປັນມິດຕໍ່ສິ່ງແວດລ້ອມຂອງ ສປປ ລາວ ຮອດປີ 2030 ຍຸດທະສາດໄລຍະ 10 ປີ (2016-2025) ແລະ ແຜນພັດທະນາໄລຍະ 5 ປີ 2016-2020.
4. ຮ່າງດຳລັດວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ.
5. ຮ່າງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນຂ່າວສານ ສະບັບໂຄງສ້າງໃໝ່.
6. ຮ່າງຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ໄລຍະ 10 ປີ (2016-2025) ແລະ ວິໄສທັດ ຮອດປີ 2030 ສະບັບປັບປຸງ.
7. ຮ່າງກົດໝາຍວ່າດ້ວຍສະຖິຕິ ສະບັບປັບປຸງ.
8. ບົດລາຍງານ ການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ປະຕູດຽວ).
ກ່ຽວກັບບັນຫາສະພາບພົ້ນເດັ່ນທາງດ້ານທີ່ດິນ ກອງປະຊຸມໄດ້ເປັນເອກະພາບໃນເບື້ອງຕົ້ນ ກ່ຽວກັບທິດທາງແກ້ໄຂດັ່ງນີ້: ໃຫ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ເພື່ອສຶກສາ ແລະ ວິເຄາະ-ວິໄຈ ບັນຫາທີ່ດິນໃຫ້ເລິກເຊິ່ງ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເປັນຜູ້ຊີ້ນຳມີລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຫົວໜ້າຄະນະ ມີບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ.
- ໃຫ້ຄະນະທີ່ຖຶກແຕ່ງຕັ້ງສຶກສາ ແລະ ວິເຄາະ-ວິໄຈບັນຫາທີ່ດິນໃຫ້ລະອຽດ-ເລິກເຊິ່ງ ພ້ອມທັງເບິ່ງບົດຮຽນຂອງປະເທດເພື່ອນມິດສາກົນ ຄາດໝາຍໃນການເຮັດວຽກຂອງຄະນະໃຫ້ສຳເລັດ ແລະ ສາມາດລາຍງານລັດຖະບານຢ່າງຊ້າພາຍໃນເດືອນຕຸລາ ປີ 2017 ກ່ອນຈະນຳສະເໜີຕໍ່ກອງປະຊຸມກົມການເມືອງສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາ.
- ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ຕິດຕາມກວດກາບັນຫາສະພາບການຄຸ້ມຄອງນຳໃຊ້ການເຊົ່າ-ສຳປະທານ ແລະ ການບຸກລຸກທີ່ດິນປ່າສະຫງວນປ່າຕົ້ນນ້ຳ ຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດຢ່າງເປັນປົກກະຕິ.
ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ຈົ່ງນຳເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມໃນເດືອນກຸມພາ 2017 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ
ລັດຖະບານ ພ້ອມສຸມໃສ່ໃນດ້ານຫຼັກການ ແກ້ໄຂຕໍ່ບັນຫາສຳຄັນຮີບດ່ວນ
Reviewed by makarow
on
3:32:00 AM
Rating:

