ຂ່າວດ່ວນ

ຂ່າວອື່ນໆ

random

ອົງການສາກົນຊີ້: ສປປ ລາວໄດ້ຮັບຄະແນະມີຄວາມໂປງໃສດີຂຶ້ນຫລາຍ ແລະ ກໍດີກວ່າຫລາຍຊຸມປີຜ່ານມາ --------------------



 ອີງຕາມເວບໄຊທຣານສະແຟນເລັນຊີhttp://www.transparency.org ໄດ້ເປີດເຜີຍອາທິດນີ້ວ່າ: ສປປ ລາວມີຄວາມໂປ່ງໃສເພີ່ມຂຶ້ນຫລາຍ ພາຍຫລັງອົງການສາກົນເພື່ອຕິດຕາມຄວາມໂປງໃສທົ່ວໂລກຈັດອັນດັບຈາກ 1-176 ປະເທດພົບວ່າ ສປປ ລາວຕິດອັນດັບທີ 123 ໃນນັ້ນອັນທີ 1 ມີຄວາມໂປ່ງໃສທີ່ສຸດແມ່ນປະເທດເດັນມາກ, ທີ 2 ນີວຊີແລນ, ທີ 3 ຟິນແລນ, ທີ 4 ສະວີເດັນ, ທີ 5 ສະວິດເຊີແລນ, ທີ 6 ນໍເວ, ທີ 7 ສິງກະໂປ, ທີ 8 ຮອນແລນ, ທີ 9 ການາດາ, ທີ 10 ເຢຍລະມັນ.
ສ່ວນປະເທດທີ່ມີຄວາມໂປ່ງໃສໜ້ອຍທີ່ສຸດ: ທີ 1 ໂຊມາເລຍ, ທີ 2 ຊູດານໃຕ້ ແລະ ອື່ນໆ.
ຖ້າປຽບທຽບຕົວເລກກັບ 2 ປີຜ່ານມາເຫັນວ່າ: ປະເທດລາວໄດ້ ຄະແນນລື່ນ ປີ 2014 ແລະ 2015 ຖືກຈັດຢູ່ ໃນອັນດັບທີ 139 ຄະແນນ ຍ້ອນເຫດໃນປີ 2016 ສປປລາວ ໄດ້ມີການປ່ຽນແປງຄະນະລັດບານໃໝ່, ປັບປຸງນິຕິກໍາໃໝ່, ອອກຄຳສັ່ງຫ້າມສົ່ງອອກໄມ້, ກວດກາການໃຫ້ສຳປະທານໂຄງການພັດນາ, ສັ່ງໂຈະການຂຸດຄົ້ນບໍ່ແຮ່ຊະຊາຍ, ອອກມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ອື່ນໆ.
ອົງການສາກົນຊີ້: ສປປ ລາວໄດ້ຮັບຄະແນະມີຄວາມໂປງໃສດີຂຶ້ນຫລາຍ ແລະ ກໍດີກວ່າຫລາຍຊຸມປີຜ່ານມາ -------------------- Reviewed by makarow on 10:23:00 PM Rating: 5

Contact Form

Name

Email *

Message *

Powered by Blogger.